ສະຫລອງວັນສ້າງຕັ້ງ ຂະແໜງການເງິນ ຄົບຮອບ 75 ປີ
ວັນທີ 31 ຕຸລາ 2025ກະຊວງການເງິນຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ຂະແໜງການເງິນ ຄົບຮອບ 75 ປີ ພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ອະດີດການນໍາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ຂະແໜງການເງິນ ມີພາລະບົດບາດສໍາຄັນຫລາຍດ້ານໃນການຂັບເຂື່ອນ ແລະ ຍູ້ແຮງ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານ ໃນການຄຸ້ມຄອງລະບົບເສດຖະກິດມະຫາພາກ. ວຽກງານການເງິນໃນເມື່ອກ່ອນ ແມ່ນການເບີກຈ່າຍແບບບໍລິຫານ, ເປັນລະບົບການເງິນທີ່ສອດຄ່ອງກັບເງື່ອນໄຂຕົວຈິງ, ພາຍຫລັງ ສປປ ລາວ ປະກາດເອກະລາດ ຂະແໜງການເງິນ ໄດ້ມີການຫັນປ່ຽນການຄຸ້ມຄອງລະບົບການບໍລິຫານ ການເງິນແຫ່ງລັດໄປສູ່ຮູບແບບໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ຊຶ່ງມີໜ້າທີ່ໃນການຄຸ້ມຄອງເສດຖະກິດມະຫາພາກ ໃນການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນການລົງທຶນຂອງລັດ, ແຜນພັດທະນາລະບົບສະຖິຕິແຫ່ງຊາດ ໃນຂອບເຂດທົ່ວປະເທດ ແລະ ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ເຖິງຢ່າງໃດກໍຕາມ, ຕ້ອງໄດ້ສຸມໃສ່ຜັນຂະຫຍາຍທິດທາງ ແລະ ນະໂຍບາຍຂອງພັກໃນໄລຍະໃໝ່ ທີ່ຕິດພັນກັບວຽກງານຂະແໜງການເງິນ ໂດຍຈະສູ້ຊົນປະຕິບັດຄໍາຂວັນ “ພັດທະນາວຽກງານການເງິນແຫ່ງລັດ ໃຫ້ກ້າວເຂົ້າສູ່ໄລຍະໃໝ່ ທີ່ມີຄວາມເຂັ້ມແຂງ, ໝັ້ນຄົງ, ເປັນເຈົ້າຕົນເອງ, ເຂັ້ມງວດ, ໂປ່ງໃສ, ຍຸຕິທຳ ແລະ ທັນສະໄໝ” ບົນຈິດໃຈ ບຸກທະລຸ ການສ້າງທ່າຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ(ສອຈ) ໄລຍະໃໝ່ ໃຫ້ເປັນຮູບປະທໍາ. ພ້ອມນັ້ນ, ຂະແໜງການເງິນຕ້ອງຍົກສູງບົດບາດ ຢືນຢູ່ແຖວໜ້າໃນການຕັດສິນບັນຫາ ດ້ານເສດຖະກິດ-ການເງິນ ຂອງຊາດຢ່າງເດັດດ່ຽວ ແລະ ກ້າຕັດສິນໃຈສູງໃຫ້ສົມກັບບົດບາດທີ່ວ່າ “ການເງິນປຽບເໝືອນໝາກຫົວໃຈ, ເປັນສາຍເລືອດໃຫຍ່ ໃນລະບົບເສດຖະກິດຂອງປະເທດ”.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຍັງເນັ້ນໃຫ້ກະຊວງການເງິນ ເອົາໃຈໃສ່ບາງບັນຫາທີ່ສຳຄັນ ເປັນຕົ້ນ ຕ້ອງປະກອບແນວຄິດການເມືອງໃຫ້ພະນັກງານ ທີ່ເຮັດວຽກຂະແໜງການເງິນ; ເພີ່ມທະວີຄວາມເປັນເຈົ້າການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຄຸ້ມຄອງ ເສດຖະກິດມະຫາພາກ ດ້ານການເງິນ-ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ ແລະ ປະຮັບກັນສະຖຽນລະພາບ ໃຫ້ເສດຖະກິດແຫ່ງຊາດ; ຂະແໜງການເງິນ ຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ; ສຸມໃສ່ຮັກສາສະຖຽນລະພາບ ການບໍລິຫານໜີ້ສິນສາທາລະນະ; ສືບຕໍ່ສຸມໃສ່ການພັດທະນາ ແລະ ຍົກລະດັບຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ລວມສູນ ແລະ ເປັນວິທະຍາສາດ.
ທ່ານສອນໄຊ ສີພັນດອນ ໄດ້ໃຫ້ກຽດປະດັບຫລຽນໄຊອິດສະຫລະຊັ້ນ III ແລະ ມອບໃຍຍ້ອງຍໍ ໃຫ້ກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວ ວຽກງານຂະແໜງການເງິນ ຕະຫລອດໄລຍະ 10 ປີຜ່ານມາ,ມອບໃບຍ້ອງຍໍຜົນງານປະຈໍາປີ 2024 ໃຫ້ພະນັກງານທົ່ວຂະແໜງການເງິນ ແລະ ທ່ານສັນຕິພາບ ພົມວິຫານ ໄດ້ມອບໃບຍ້ອງຍໍໃຫ້ 35 ບໍລິສັດ ປະຕິບັດພັນທະດີເດັ່ນປະເພດ I.

