ຍິງຊາວຫວຽດນາມ ອາຍຸ 63 ປີ ເປັນມະເຮັງປອດໄລຍະສຸດທ້າຍ ຄາດວ່າມາຈາກສູບຄວັນຢາສູບມືສອງຈາກຄົນໃນຄອບຄົວມາເປັນເວລາຫລາຍປີ

ສໍານັກຂ່າວຫວຽດນາມລາຍງານວັນທີ 31 ຕຸລາ 2025 : ຍິງຄົນໜຶ່ງອາຍຸ 63 ປີ ກວດພົບວ່າ ເປັນ ມະເຮັງປອດໃນໄລຍະຮຸນແຮງ (ມະເຮັງປອດໄລຍະສຸດທ້າຍ) ເຖິງວ່າເຈົ້າຕົວຈະບໍ່ເຄີຍສູບຢາເລີຍຕະຫຼອດຊີວິດ. ທ່ານໝໍຊີ້ໃຫ້ເຫັນວ່າ ປັດໄຈສ່ຽງສຳຄັນອາດຈະມາຈາກການ ຄວັນຢາສູບມືສອງ (Second-hand smoke) ທີ່ໄດ້ຮັບຈາກຜົວ ແລະ ລູກຊາຍ ມາເປັນເວລາຫລາຍປີ.

ທ່ານໝໍໄດ້ເຕືອນວ່າ: “ຄວັນຢາສູບມືສອງ” ສາມາດເພີ່ມໂອກາດໃນການເກີດມະເຮັງປອດໃນຄົນທີ່ບໍ່ສູບຢາໄດ້ ບໍ່ຕ່າງຈາກຜູ້ທີ່ສູບເອງ. ສາເຫດແມ່ນມາຈາກ ສານພິດ ແລະ ສານກໍ່ໃຫ້ເກີດມະເຮັງທີ່ຫລາຍກວ່າ 7,000 ຊະນິດ ຈາກການເຜົາໄໝ້ຂອງຢາສູບ, ເຊິ່ງຜູ້ທີ່ຢູ່ອ້ອມຂ້າງຈະສູບດົມເຂົ້າໄປໂດຍກົງ.

ຜູ້ຊ່ຽວຊານດ້ານສຸຂະພາບໃນຫວຽດນາມລະບຸວ່າ ໃນຫລາຍຄອບຄົວຍັງມີຄວາມເຂົ້າໃຈຜິດວ່າ ການສູບຢູ່ໃນເຮືອນ ຫລື ເປີດລະບາຍອາກາດຈະຊ່ວຍຫລຸດຜ່ອນອັນຕະລາຍໄດ້. ແຕ່ຄວາມເປັນຈິງແລ້ວ ຄວັນຢາສູບສາມາດເກາະຕິດຢູ່ຕາມສິ່ງຂອງຕ່າງໆ ເຊັ່ນ: ຝາ, ຜ້າກັ້ງ, ເຄື່ອງເຟີນິເຈີ ແລະ ຍັງຄົງເປັນສານພິດຕົກຄ້າງໄດ້ເປັນເວລາດົນ.

ກໍລະນີນີ້ຖືກນຳມາຍົກເປັນຕົວຢ່າງ ເພື່ອເຕືອນໃຫ້ສາທາລະນະຊົນ, ຄົນໃນຄອບຄົວ ແລະ ຊຸມຊົນ ຮ່ວມກັນປ້ອງກັນອັນຕະລາຍຈາກຄວັນຢາສູບມືສອງ ໂດຍສະເພາະການສູບຢາໃນເຮືອນທີ່ມີຜູ້ສູງອາຍຸ ຫລື ເດັກນ້ອຍຢູ່ຮ່ວມນໍາ.

ອົງການອະນາໄມໂລກ (WHO) ລະບຸວ່າ ຄວັນຢາສູບມືສອງແມ່ນສາເຫດການເສຍຊີວິດຂອງຜູ້ທີ່ບໍ່ສູບຢາທົ່ວໂລກຫລາຍແສນຄົນຕໍ່ປີ ແລະ ເປັນໜຶ່ງໃນປັດໄຈສ່ຽງຫລັກຂອງມະເຮັງປອດໃນຜູ້ທີ່ບໍ່ສູບຢາ.

ທີ່ມາ vietnamnet.vn