ປະທານຄະນະກວດກາສູນກາງພັກ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງສາລະວັນ

ວັນທີ 31 ຕຸລາ 2025 ນີ້ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງ ແຂວງສາລະວັນ ໂດຍການຕ້ອນຮັບຂອງ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງສາລະວັນ, ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ເຂົ້າຮ່ວມ.

ທ່ານ ດາວວົງ ພອນແກ້ວ ໄດ້ລາຍງານວ່າ: ການນຳພາ-ຊີ້ນຳຈັດຕັ້ງປະຕິບັດໄລຍະ 9 ເດືອນຜ່ານມາ ທົ່ວແຂວງສາລະວັນ ຍັງສືບຕໍ່ມີຄວາມສະຫງົບໄດ້ຢ່າງໝັ້ນຄົງ, ເສດຖະກິດມີການຂະຫຍາຍຕົວ ຢູ່ໃນລະດັບ 4.6% ຂອງແຜນການປີ, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 6,137 ຕື້ກີບ ເທົ່າກັບ 67.49%, ດ້ານການລົງທຶນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 1,244 ຕື້ກວ່າກີບ ເທົ່າກັບ 67% ຂອງແຜນການປີ. ໃນນີ້, ທຶນລັດ ປະຕິບັດໄດ້ 94.77 ຕື້ກີບ, ທຶນຊ່ວຍເຫຼືອ 29.53 ຕື້ກວ່າກີບ, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 347.51 ຕື້ກີບ ແລະ ແຫຼ່ງທຶນອື່ນໆ ປະຕິບັດໄດ້ 715.6 ຕື້ກີບ. ນອກນັ້ນ, ວຽກງານກວດກາພັກ-ລັດ ໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະ ຄຳສັ່ງຂອງຄະນະກວດກາສູນກາງພັກວ່າດ້ວຍການເພີ່ມທະວີການກວດກາຕິດຕາມໂຄງການລົງທຶນຂອງລັດ ແລະ ການຈັດຕັ້ງປະຕິບັດແຜນງົບປະມານຢ່າງເຂັ້ມງວດ ໂດຍສະເພາະປະກົດການຫຍໍ້ທໍ້ໃນຂົງເຂດການເງິນ – ການລົງທຶນ. ຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດກາ 3 ເປົ້າໝາຍ ແລະ ການແກ້ໄຂຜົນການກວດກາໂຄງການລົງທຶນຂອງລັດ 29 ໂຄງການ ແລະ ເກັບກູ້ຄ່າພັນທະປະເພດຕ່າງໆ 33 ໂຄງການ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຄະດີສໍ້ລາດບັງຫຼວງ 3 ເປົ້າໝາຍ ແລະບັນດາໜ້າວຽກອື່ນໆ.

ທ່ານ ຄຳພັນ ພົມມະທັດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຂວງສາລະວັນ ເອົາໃຈໃສ່ໃນການແກ້ໄຂບັນຫາດ້ານເສດຖະກິດເປັນຕົ້ນຕໍ, ໂດຍສະເພາະ ສຸມໃສ່ການຍົກລະດັບ ເສັ້ນທາງເຊື່ອມຈອດລະຫວ່າງລາວ-ໄທ-ຫວຽດນາມ ເພື່ອການແກ້ໄຂສິ່ງອຳນວຍການບໍລິການສິນຄ້າ, ການບໍລິການໂດຍສານກໍຄືພື້ນຖານໂຄງລ່າງ, ສ້າງທາງໃຫ້ໄດ້ມາດຕະຖານ, ເພື່ອດຶງດູດການລົງທຶນເຂົ້າໃນໂຄງການໃຫຍ່ໆ, ພ້ອມນັ້ນ ໃນລະດັບຊຸມຊົນ ກໍຄວນປະຕິຮູບດ້ານໂຄງສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເອົາໃຈໃສ່ພັດທະນາສີມືແຮງງານສະໜອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ສົມທົບກັບການພັດທະນາການປົກປັກຮັກສາຟື້ນຟູສະພາບແວດລ້ອມ, ນຳເອົາຄວາມອຸດົມສົມບູນຂອງທຳມະຊາດຄືນມາ, ປັບປຸງແບບແຜນວິທິເຮັດວຽກໃຫ້ເຂັ້ມງວດ, ເອົາໃຈໃສ່ວຽກງານກວດກາໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ ແລະ ຫັນເປັນທັນສະໄໝ, ເອົາໃຈໃສ່ໃນການສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ອື່ນໆ.