ປະເພນີ ແຫ່ຜາສາດເຜິ້ງ ຕິດພັນກັບ ບຸນນະມັດສະການພຣະທາດຫຼວງ ມາຢ່າງຍາວນານ
ໂດຍ: ຜາຕຸງ 28.10.25
ເປັນເວລາຫຼາຍເຊັ່ນຄົນ ຫຼື ຫຼາຍ ທົດສະວັດມາແລ້ວທີ່ຄົນລາວຊາວພຸດໄດ້ແຫ່ຜາສາດເຜິ້ງໂດຍຕິດພັນກັບ ບຸນນະມັດສະການພຣະທາດຫຼວງ ທີ່ແຕ່ລະປີ ມີການນຳພັກ-ລັດ, ອົງການປົກຄອງທ້ອງຖິ່ນ ແລະ ມວນຊົນທຸກຊັ້ນຄົນເຂົ້າຮ່ວມແຫ່ງຢ່າງຄຶກຄື້ນມ່ວນຊື່ນ,ປີ2025ນີ້ ແມ່ນຈັດຂຶ້ນໃນຕອນບ່າຍ ວັນອັງຄານ ຂຶ້ນ 14 ຄ່ຳ ເດືອນ 12 ພສ 2568, ກົງກັບວັນທີ 4 ພະຈິກ ຄສ 2025, ຕາມຮີດຕາມຄອງທີ່ເຄີຍປະຕິບັດສືບຕໍ່ກັນມານັ້ນ, ໃນມື້ນີ້ມວນຊົນທຸກຊັ້ນຄົນແມ່ນມາເຕົ້າໂຮມ ຜາສາດເຜິ້ງ ຢູ່ວັດສີເມືອງ ເຊິ່ງເປັນວັດຄູ່ບ້ານຄູ່ເມືອງຂອງຊາວວຽງຈັນ,ພໍຮອດເວລາເໝາະສົມກໍ່ຈະເຄື່ອນຍ້າຍຂະບວນແຫ່ຜາສາດເຜິ້ງຈາກວັດສີເມືອງເຂົ້າສູ່ບໍລິເວນເດີ່ນ ພຣະທາດຫຼວງວຽງຈັນ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນໄດ້ຖະແຫຼງຂ່າວວ່າ: ພິທີແຫ່ຜາສາດເຜິ້ງທີ່ຖືກຕ້ອງ, ຮູບແບບຜາສາດເຜິ້ງຄວນຮັກສາໄດ້ເອກະ ລັກທີ່ເປັນມູນເຊື້ອຂອງຊາດລາວມາແຕ່ດົນນານ ດ້ວຍຮູບຊົງຜາສາດເຜິ້ງ ແບບແອວຂັນ ໂດຍການນຳໃຊ້ວັດຖຸຈາກທຳມະຊາດເຊັ່ນ ກ້ານກ້ວຍ, ຢວກກ້ວຍ, ດອກເຜິ້ງສົດທີ່ຫຼໍ່ມາຈາກຂີ້ເຜິ້ງ, ດອກໄມ້ສົດປະດັບປະດາ ຕາມແບບປະເພນີຂອງຊາດລາວ, ບໍ່ຄວນນຳໃຊ້ໂຟມ ຫຼື ປລາສະຕິກ, ບໍ່ຄວນໃຊ້ປ້າຍ ຫຼືສັນຍາລັກໃດໜຶ່ງ, ປ້າຍໂຄສະນາ ເຂົ້າໃນພິທີແຫ່ຜາສາດເຜິ້ງ ເຊິ່ງເຫັນວ່າບໍ່ສວຍງາມບໍ່ສອດຄ່ອງກັບປະເພນີປະຕິບັດສືບທອດກັນມາ, ຄວນສັກກາລະບູຊາດ້ວຍຜາສາດເຜິ້ງ ດ້ວຍໝາກເບັງ ຫຼື ດອກເຜິ້ງສົດທີ່ເປັນເອກະລັກຂອງຊາດເທົ່ານັ້ນ, ນີ້ກໍເພື່ອເປັນການສືບທອດເອກະລັກ ແລະ ປົກປັກຮັກສາ ຮີດ ຄອງປະເພນີອັນດີງາມຂອງຊາດລາວໄວ້ໃຫ້ເຖິງ ລຸ່ນລູກ ລຸ່ນຫຼານ ຂອງຄົນລາວສືບຕໍ່ໄປໃນພາຍພາກໜ້າ.
ເນື່ອງຈາກວ່າໄລຍະການເເຫ່ຜາສາດເຜິ້ງ ເປັນໄລຍະທີ່ອາກາດຮ້ອນອົບເອົ້າພໍສົມຄວນ ສິ່ງໜຶ່ງທີ່ທຸກຄົນ ຄວນເອົາໃຈໃສ່ໃນເວລາແຫ່ຜາສາດເຜີ້ງ ແມ່ການປະຕິບັດຕາມຄຳແນະນຳຂອງພາກສ່ວນຮັບຜິດຊອບ, ຄວນຈັດຕັ້ງຈັດສັນໃຫ້ເປັນຮູບແຖວຈົບງາມເປັນລະບຽບຮຽບຮ້ອຍ ໃຫ້ຮັບປະກັນໄດ້ ຄວາມສະຫງົບປອດໄພ ແລະ ສິ່ງສຳຄັນແມ່ນການ ຮັກສາສຸຂະພາບຂອງແຕ່ລະຄົນ ບໍ່ຄວນຂາດນ້ຳດື່ມ ເພາະມີຄົນຈຳນວນຫຼາຍ ອາກາດຮ້ອນເອົ້າອາດເຮັດໃຫ້ເກີດການເຈັບເປັນໄດ້ງ່າຍ, ເຈົ້າໜ້າທີ່ຮັກສາຄວາມສະຫງົບ, ໜ່ວຍພະຍາບານຕ້ອງກຽມພ້ອມໃຫ້ການຊ່ວຍເຫຼືອຕະຫຼອດເວລາ.
ນີ້ ເປັນສິ່ງທີ່ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ໃນການອານຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື່ອເອກະລັກ ຮີດຄອງປະເພນີອັນດີງາມຂອງຊາດລາວ ຄົນລາວໄວ້ຕະຫຼອດໄປ ຊຶ່ງຍາມໃດພວກເຮົາກໍຢູ່ອ້ອມຂ້າງພັກ, ເດີນຕາມແນວທາງແລະຄວາມມຸ່ງມາດປາຖະໜາຂອງພັກ ພ້ອມກັນປົກປັກຮັກສາແລະສ້າງສາປະເທດຊາດກ້າວສູ່ຈຸດໝາຍ ນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເຖິງວ່າບາງຄັ້ງຈະມີອຸປະສັກກີດຂວງແດ່ ແຕ່ເຊື່ອວ່າ ຄວາມສາມັກຄີ ທີ່ເປັນພະລັງອັນແຂງແກ່ນແຮງກ້າແລ້ວ ເຊື່ອວ່າພວກເຮົາຈະຜ່ານຜ່າອຸປະສັກກີດຂວງນັ້ນໄປດ້ວຍດີ ເພາະພະລັງ ສາມັກຄີຂອງປະຊາຊົນບັນດາເຜົ່າ ຂອງ ຊາດລາວ ວີລະຊົນ.
