ແຕ່ງຕັ້ງ ທ່ານ ນາງ ດາວວອນ ໄຊສຸລຽນ ເປັນປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ

ວັນທີ 31 ຕຸລາ 2025 ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ຈັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂຶ້ນໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະນຳຂັ້ນສູງຂອງແຂວງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ, ເມືອງ-ນະຄອນ, ແຂກທີ່ຖືກເຊີນ, ການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ(ສສຊ)ປະຈຳເຂດເລືອກຕັ້ງທີ 13 ແລະສະມາຊິກສະພາປະຊາຊົນແຂວງ(ສສຂ)ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາ-ຮັບຮອງເອົາການແຕ່ງຕັ້ງ ທ່ານ ນາງ ດາວວອນ ໄຊສຸລຽນ ເປັນປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ແລະ ຮອງປະທານຄະນະກໍາມະການປົກຄອງແຂວງ ຈຳນວນ 2 ທ່ານຄື:

1. ທ່ານ ຄຳຜຸຍ ສີບຸນເຮືອງ

2. ທອງໃສ ໄຊຍະວົງຄຳດີ .

ພິຈາລະນາຮັບຮອງເອົາການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ດັ່ງນີ້:

1. ຍົກຍ້າຍທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ(ຮສສ)ແຂວງ ໄປປະຈຳການຢູ່ອົງການກວດກາລັດແຂວງ;

2. ຍົກຍ້າຍທ່ານ ພູລຳພອນ ສີຫາວົງ ຫົວໜ້າຫ້ອງວ່າ ການແຂວງ ໄປປະຈຳການຢູ່ຄະນະໂຄສະນາອົບຮົມແຂວງ;

3. ຍົກຍ້າຍທ່ານ ນາງ ສີສະຫວັດ ໂຄດທະວົງສາ ຫົວໜ້າອົງການກາແດງແຂວງ ໄປປະຈຳການຢູ່ພະແນກ ຮສສ ແຂວງ;

4. ຍົກຍ້າຍທ່ານ ລຳແກ້ວ ແສງໜູທອງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງພະລານໄຊ;

5. ຍົກຍ້າຍທ່ານ ແຖວຄຳ ພົມມະວົງ ຫົວໜ້າພະແນກຍຸຕິທຳແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງອຸທຸມພອນ;

6. ຍົກຍ້າຍທ່ານ ປອ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກການຕ່າງປະເທດແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງໄຊພູທອງ .

ພິຈາລະນາການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ເປັນກໍາມະການຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກການຂັ້ນແຂວງ ດັ່ງນີ້:

1. ທ່ານ ພົຈວ ພັນວິໄລ ລາດສະຍົນ ເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງ;

2. ທ່ານ ພັອ ລຳພົງ ໄຊທອງ ເປັນຫົວໜ້າກອງບັນຊາການ ປກສ ແຂວງ;

3. ທ່ານ ນາງ ສີສະຫວັດ ໂຄດທະວົງສາ ເປັນຫົວໜ້າພະແນກ ຮສສ ແຂວງ;

4. ທ່ານ ອ່ອນລຳພັນ ບົວສີແກ້ວ ເປັນຫົວໜ້າຫ້ອງວ່າການແຂວງ;

5. ທ່ານ ພັອ ລຳຄູນ ວໍລະວົງ ເປັນຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງ;

6. ທ່ານ ປອ ສຸກສົມພອນ ອະໂນໄທ ເປັນຫົວໜ້າພະແນກສຶກສາທິການ ແລະກິລາແຂວງ;

7. ທ່ານ ຄຳຜອງ ສົມວິຈິດ ເປັນຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ;

8. ທ່ານ ດຣ ຈັນທະລາ ພາມີສິດ ເປັນຫົວໜ້າພະແນກສາທາລະນະສຸກແຂວງ;

9. ທ່ານ ນາງ ບົວສະຫວັນ ລຸຍບົວທອງ ເປັນຫົວໜ້າພະແນກການເງິນແຂວງ;

10. ທ່ານ ປອ. ສຸນັນທາ ຈຸນລະມະນີ ເປັນຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມແຂວງ;

11. ທ່ານ ສີໂທ ທໍລະທາ ເປັນຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ;

12. ທ່ານ ຟອງສະໝຸດ ເຂັມມາລາ ເປັນຫົວໜ້າພະແນກການຕ່າງປະເທດແຂວງ;

13. ທ່ານ ນາງ ສຸກມາລາ ຈັນທະວົງ ເປັນຫົວໜ້າພະແນກຍຸຕິທຳແຂວງ;

14. ທ່ານ ສຸດສາຄອນ ພົມມະຈັນ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ.