ນາຍົກ ລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນໃສ່ຮ່າງບົດສຳຫລວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ວັນທີ 30 ຕຸລາ 2025 ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.

‎ກອງປະຊຸມໃນຄັ້ງນີ້ມີ 2 ຈຸດປະສົງຄື: ຄົ້ນຄວ້າ, ປະກອບຄໍາເຫັນໃສ່ (ຮ່າງ) ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2.

‎ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຂຶ້ນຜ່ານ (ຮ່າງ) ບົດສຳຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຈາກນັ້ນບັນດາຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃສ່ຮ່າງບົດສຳຫລວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອເຮັດໃຫ້ມີເນື້ອໃນຄວາມໝາຍຄົບຖ້ວນ. ຫລັງຈາກນັ້ນ, ສະຫາຍ ວິສຸກ ພົມພິທັກ ກໍໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2025 ວ່າດ້ວຍມາດຕະຖານ, ເງື່ອນໄຂຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເພື່ອເປັນທິດໃນການຄົ້ນຄວ້າເລືອກເອົາບຸກຄະລາກອນ ແລະ ຮັບປະກັນໄປຕາມທິດທີ່ພັກໄດ້ກຳນົດໄວ້.

ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຊີ້ນໍາໃຫ້ບັນດາສະຫາຍຜູ້ແທນເອົາໃຈໃສ່ໃນການຄົ້ນຄວ້າ, ກຳແໜ້ນກ່ຽວກັບມາດຕະຖານ, ເງື່ອນໄຂ ໃຫ້ເບິ່ງມາດຖານເງື່ອນໄຂດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດເປັນກົກ, ເລືອກເອົາບຸກຄົນທີ່ຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ ແລະ ສຸຂະພາບແຂງແຮງ; ດ້ານໂຄງປະກອບບຸກຄະລາກອນຄະນະ ບໍລິຫານງານສູນກາງພັກສະໄໝທີ XII ຕ້ອງຄໍານຶງໃຫ້ມີທັງຄົນເກົ່າ, ຄົນໃໝ່, ຮັບປະກັນໃຫ້ໄດ້ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ ປະກອບດ້ວຍຊົນເຜົ່າ ແລະ ເພດຍິງ ຢ່າງສົມເຫດສົມຜົນ; ຄຽງຄູ່ກັນນັ້ນ ທັດສະນະທີ່ຄວນເອົາໃຈໃສ່ ຕ້ອງຢືນຢູ່ໃນຜົນປະໂຫຍດລວມຂອງຊາດ-ຂອງປະເທດ ແລະ ປະຊາຊົນບັນດາເຜົ່າເປັນຫລັກ, ມີຄວາມເສຍສະຫລະຮັບໃຊ້ຊາດຮັບໃຊ້ປະຊາຊົນຢ່າງແທ້ຈິງ ທັງນີ້ກໍເພື່ອເລືອກເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ເປັນການນໍາທີ່ເຂັ້ມແຂງ.

‎ຈາກນັ້ນ, ຄະນະຮັບຜິດຊອບການທາບທາມຈາກສູນກາງກໍໄດ້ແນະນໍາລະບຽບ ແລະ ວິທີການຂີດບັດທາບທາມ ຮອບທີ 2 ຢ່າງເປັນທາງການ ແລະ ຈະປະກາດຜົນຫລັງມີການນັບຄະແນນສຳເລັດ.