ຕຳຫລວດໄທກວດພົບໂຮງງານລັກລອບຜະລິດຢາດົມກາຫົງໄທ ພ້ອມຢຶດຂອງກາງ 2.3 ລ້ານກວ່າກັບ
ສືບເນື່ອງຈາກກໍລະນີ ວັນທີ 20 ຕຸລາ 2025 ທີ່ສຳນັກງານຄະນະກຳມະການອາຫານ ແລະ ຢາ (ອຍ.) ໄດ້ອອກປະກາດຜົນການກວດວິເຄາະຜະລິດຕະພັນຢາດົມສະໝຸນໄພຍີ່ຫໍ້ດັງ ພົບການປົນເປື້ອນເຊື້ອຈຸຈຸລິນຊີ ເກີນມາດຕະຖານ ອາດກໍ່ໃຫ້ເກີດຄວາມສ່ຽງຕໍ່ການເປັນ ຫລອດລົມ ຫລື ປອດອັກເສບ ຫາກມີການສູດດົມ.
ເຈົ້າໜ້າທີ່ຕຳຫລວດ ກອງກຳກັບການ 4 ກອງບັນຊາການປາບປາມການກະທຳຜິດກ່ຽວກັບການຄຸ້ມຄອງຜູ້ບໍລິໂພກ (ກກ.4 ບກ.ປຄບ.) ຮ່ວມກັບເຈົ້າໜ້າທີ່ກອງຜະລິດຕະພັນສະໝຸນໄພ, ໄດ້ສືບສວນ ແລະ ສືບຮູ້ເຖິງ ສະຖານທີ່ລັກລອບຜະລິດ ຂອງຜະລິດຕະພັນສະໝຸນໄພດັ່ງກ່າວ, ໂດຍພົບວ່າ ມີການຜະລິດຢູ່ໃນສະຖານທີ່ອື່ນນອກເໜືອຈາກທີ່ໄດ້ຂໍອະນຸຍາດກັບ ອຢ, ເຊິ່ງອາດສົ່ງຜົນກະທົບຕໍ່ຄຸນນະພາບ ແລະ ມາດຕະຖານຂອງຜະລິດຕະພັນ.
ວັນທີ 30 ຕຸລາ 2025 ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນສະຖານທີ່ຜະລິດ ແລະ ຈັດເກັບຜະລິດຕະພັນສະໝຸນໄພເປົ້າໝາຍ ລວມ 4 ຈຸດ. ຈາກການກວດຄົ້ນ ພົບວ່າ: ມີການລັກລອບຜະລິດ ຜະລິດຕະພັນສະໝຸນໄພດັ່ງກ່າວ, ເຊິ່ງເຂົ້າຂ່າຍເປັນການຜະລິດຜະລິດຕະພັນສະໝຸນໄພປອມ ແລະ ຜະລິດ ຜະລິດຕະພັນສະໝຸນໄພ ໂດຍບໍ່ໄດ້ຮັບອະນຸຍາດ. ເນື່ອງຈາກພົບວ່າໂຮງງານທີ່ໄດ້ຮັບອະນຸຍາດຕັ້ງຢູ່ໃນພື້ນທີ່ແຂວງບາງໄຜ່ ເຂດບາງແຄ່ ກຸງເທບມະຫານະຄອນ, ແຕ່ມີການລັກລອບໄປຜະລິດໃນສະຖານທີ່ອື່ນ.
ເຈົ້າໜ້າທີ່ໄດ້ດຳເນີນການ ກວດຢຶດ ຜະລິດຕະພັນສະໝຸນໄພ 9 ລາຍການ, ທັງໝົດ 2,350,000 ກັບ (ສອງລ້ານສາມແສນຫ້າສິບພັນກັບ), ຄິດເປັນມູນຄ່າລວມກວ່າ 100 ລ້ານບາດ.
ລາຍການຂອງກາງສຳຄັນທີ່ຍຶດໄດ້ ມີດັ່ງນີ້:
* ຢາດົມສະໝຸນໄພ ສູດ 1 ສະຫລາກ ສີຂາວ-ຂຽວ 257,760 ກັບ
* ຢາດົມພິມເສັນນ້ຳ ກາຫົງສ໌ໄທ ສະຫລາກ ສີຂາວ-ຟ້າ 184,144 ກັບ
* ຢາດົມສະໝຸນໄພ ສູດ 1 ກະປຸກຂຽວ 12,246 ກັບ
* ຢາດົມສະໝຸນໄພຊະນິດຫລອດ ສີແດງ, ສີມ່ວງ, ສີເຫລືອງ, ສີສົ້ມ, ສີເທົາ, ແລະ ສີຂາວ ລວມທັງໝົດ 1.9 ລ້ານກວ່າຫລອດ
ຂອງກາງທັງໝົດໄດ້ຖືກນຳສົ່ງໃຫ້ພະນັກງານສອບສວນ ກກ.4 ບກ.ປຄບ. ເພື່ອດຳເນີນການຕາມກົດໝາຍຕໍ່ໄປ. ການດຳເນີນການຄັ້ງນີ້ຖືເປັນການປ້ອງກັນ ແລະ ຄຸ້ມຄອງຜູ້ບໍລິໂພກຈາກຜະລິດຕະພັນທີ່ບໍ່ໄດ້ມາດຕະຖານ ແລະ ອາດເປັນອັນຕະລາຍຕໍ່ສຸຂະພາບ.
ທີ່ມາ: THE STANDARD

