ມອບເງິນອຸດໜູນ 85 ລ້ານກວ່າກີບໃຫ້ຄອບຄົວ ພັນຕີ ແມັກ ກອງມະນີ ທີ່ເສຍຊີວິດໃນເຫດການປະທະກັບຄົນຮ້າຍ ຢູ່ບ້ານສີວິໄລ
ວັນທີ 30 ຕຸລາ 2025, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບເງິນອຸດໜູນເສຍຊີວິດໃຫ້ຄອບຄົວຂອງສະຫາຍ ພັນຕີ ແມັກ ກອງມະນີ ອາດີດນາຍຕຳຫລວດ ສັງກັດຢູ່ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມສີວິໄລ, ປກສ ເມືອງໄຊທານີ ທີ່ເສຍຊີວິດໃນການປະຕິບັດໜ້າທີ່ ໃນຄັ້ງວັນທີ 4 ມິຖຸນາ 2025 ຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ. ມອບໂດຍ ພັນໂທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ແລະ ຮັບໂດຍທ່ານ ນາງ ສົມໃຈ ກອງມະນີ (ແມ່ຂອງສະຫາຍ ພັນຕີ ແມັກ ກອງມະນີ, ຜູ້ເສຍຊີວິດ) ໂດຍມີຫົວໜ້າຫ້ອງການ ແລະ ຍາດພີ່ນ້ອງທີ່ກ່ຽວຂວັນທີ 30 ຕຸລາ 2025, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບເງິນອຸດໜູນເສຍຊີວິດໃຫ້ຄອບຄົວຂອງສະຫາຍ ພັນຕີ ແມັກ ກອງມະນີ ອາດີດນາຍຕຳຫລວດ ສັງກັດຢູ່ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມສີວິໄລ, ປກສ ເມືອງໄຊທານີ ທີ່ເສຍຊີວິດໃນການປະຕິບັດໜ້າທີ່ ໃນຄັ້ງວັນທີ 4 ມິຖຸນາ 2025 ຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ. ມອບໂດຍ ພັນໂທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ແລະ ຮັບໂດຍທ່ານ ນາງ ສົມໃຈ ກອງມະນີ (ແມ່ຂອງສະຫາຍ ພັນຕີ ແມັກ ກອງມະນີ, ຜູ້ເສຍຊີວິດ) ໂດຍມີຫົວໜ້າຫ້ອງການ ແລະ ຍາດພີ່ນ້ອງທີ່ກ່ຽວຂ#ມອບເງິນອຸດໜູນ້ອງເຂົ້າຮ່ວມ.
ພັນໂທ ວຽງຄໍາ ຈັນທະວົງສາ ກ່າວວ່າ: ສະຫາຍ ພັນຕີ ແມັກ ກອງມະນີ ອາດີດນາຍຕໍາຫລວດ ສັງກັດຢູ່ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມສີວິໄລ ແມ່ນຜູ້ທີ່ມີຄຸນງາມຄວາມດີ ແລະ ເປັນບຸກຄົນທີ່ມີຄວາມເສຍສະຫລະສູງຕໍ່ການປະຕິບັດໜ້າທີ່ວິຊາສະເພາະໃນການປົກປ້ອງສິດຜົນປະໂຫຍດຂອງປະເທດຊາດ ກໍຄືຂອງຊາວເມືອງໄຊທານີ ຕໍ່ຜົນງານດັ່ງກ່າວ, ການຈັດຕັ້ງພັກ-ລັດ ໂດຍສະເພາະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງໄຊທານີ ຈຶ່ງມອບເງິນປະກັນສັງຄົມ ອຸດໜູນເສຍຊີວິດເທື່ອດຽວ ແລະ ເງິນນະໂຍບາຍຕ່າງໆ ລວມທັງໝົດ 85,331,000 ກີບ ໃຫ້ແກ່ຄອບຄົວຂອງພະນັກງານຜູ້ເສຍຊີວິດ ເຊິ່ງຜົນງານ-ຄຸນງາມຄວາມດີຂອງ ສະຫາຍ ພັນຕີ ແມັກ ກອງມະນີ ຈະບັນທຶກໄວໃນປຶ້ມປະຫວັດສາດຂອງກອງບັນຊາການ ປກສ ເມືອງໄຊທານີ ຕໍ່ໄປ.
ທ່ານ ນາງ ສົມໃຈ ກອງມະນີ ແມ່ຂອງຜູ້ເສຍຊີວິດ ໄດ້ກ່າວສະແດງຄວາມກະຕັນຍູ້ຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ມາຍັງການຈັດຕັ້ງພັກ-ລັດ ກໍຄືກອງບັນຊາການ ປກສ ເມືອງໄຊທານີ ທີ່ຍາມໃດກໍໃຫ້ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ຄວາມຊ່ວຍເຫຼືອທາງດ້ານວັດຖຸ, ເງິນ, ຄໍາ ຕະຫລອດມາ.
ທີ່ມາ: ວາລະສານຄວາມສະຫງົບ
