ສະພາປະຊາຊົນແຂວງບໍລິຄໍາໄຊ ຮັບຮອງ ແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍານຸວົງ ເປັນປະທານຄະນະກໍາມະການປົກຄອງແຂວງ

ວັນທີ 29 ຕຸລາ 2025 ສະພາປະຊາຊົນແຂວງບໍລິຄຳໄຊ ຈັດກອງປະຊູມສະໄໝວິສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ມີທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກ ສະພາປະຊາຊົນແຂວງ, ຕາງໜ້າພະແນກການຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ວາລະດຳເນີນກອງປະຊູມ ທ່ານ ໃສຄໍາ ທອງລັດ ຮອງປະທານສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານໜັງສືສະເໜີ ຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການສະເໜີພິຈາລະນາຮັບຮອງການແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍານຸວົງ ເປັນປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ. ຜ່ານການລົງປະຊາມະຕິມີຜູ້ລົງຄະແນນສຽງທັງໝົດ 25 ທ່ານ ເທົ່າກັບ 100% .

ຫຼັງຈາກນັ້ນທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ໄດ້ສະເໜີ ໃຫ້ສະພາປະຊາຊົນແຂວງ ຮັບຮອງເອົາການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການອົງການປົກຄອງແຂວງ ໂດຍການສະເໜີແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ, ທ່ານ ສົມໃຈ ຄຸນພະໄຊ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ສະເໜີແຕ່ງຕັ້ງ ທ່ານ ໂກ່ ໄຊສົມບັດ ເປັນຫົວໜ້າພະແນກ ຮສສ, ທ່ານ ທອງມະນີ ໂຄດປັນຍາ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ອຸດົມ ວົງໄກສອນ ເປັນຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ສົນທອງ ວີບູນກວ້າງ ເປັນຫົວໜ້າພະແນກຍຸຕິທຳ, ທ່ານ ພົຈວ ຄຳແພນ ວິລືທຳ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ທ່ານ ພັນແສງ ວິພາວັນ ເປັນຫົວໜ້າພະແນກການເງິນ, ທ່ານ ພົຈວ ກົງຈັນ ໄຊປັນຍາ ເປັນຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ລົມ ແພງສຸກ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ດຣ ສອນໄຊ ປັນຍານຸວົງ ເປັນຫົວໜ້າພະແນກສາທາລະນະສຸກ, ທ່ານ ວິໄຊ ພູມີ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ທ່ານ ໂພຄຳ ຈັນທະສຸກ ເປັນຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ, ທ່ານ ຄອນສະຫວັນ ສຸກຂະເສີມ ເປັນຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ຜ່ານການລົງຄະແນນສຽງ ແມ່ນເຫັນດີ 100%.

ພ້ອມນັ້ນ ກອງປະຊູມຍັງໄດ້ສະເໜີຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນ ເພື່ອເປັນພື້ນຖານຄິດໄລ່ອາກອນທີ່ດິນພາຍໃນແຂວງ ແລະ ແຜນຜັງລວມ ພັດທະນາຕົວເມືອງປາກຊັນ.