ແຕ່ງຕັ້ງ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ເປັນປະທານ ສູນກາງອົງການພຸດທະສາສາໜາສຳພັນ ແຫ່ງ ສປປ ລາວ ອົງທີ 7

ອີງຕາມ ທຳມະນູນສົງລາວ (ສະບັບປັບປຸງ), ສະບັບເລກທີ 96/ອພສ, ລົງວັນທີ 15 ທັນວາ 2022;

ອີງຕາມ ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວວຽກງານຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ.

ພາຍຫຼັງການມໍລະນະພາບ ຂອງພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ອະດີດປະທານສູນ ກາງອົງການພຸດທະສາສາໜາສຳພັນ ແຫ່ງ ສປປ ລາວ ທາງຄະນະບໍລິຫານງານປະຈຳການ ສູນກາງ ອພສ ກໍໄດ້ມີການຄັດເລືອກອົງກຮັກສາການປະທານ ສູນກາງ ອພສ ເພື່ອມາເປັນປະທານໃນການ ຂັບເຄື່ອນວຽກງານຂອງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສາມາດດໍາເນີນໄປໄດ້ ຢ່າງຕໍ່ເນື່ອງ ແລະ ປົກກະຕິ.

ໂດຍໄດ້ມີການຮັບຮອງເອົາພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຂຶ້ນມາເປັນອົງ ຮັກສາການ ນັບແຕ່ວັນທີ 9 ມິຖຸນາ 2025 ເປັນຕົ້ນມາ, ໄລຍະເວລາຂອງການເປັນອົງຮັກສາການ ກໍເຫັນວ່າ ເປັນໄລຍະເວລາດົນພໍສົມຄວນ. ສະນັ້ນ, ເພື່ອເປັນຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງຄະນະສົງ, ພຸດທະສາສະນິກະຊົນບັນດາເຜົ່າ ແລະ ການຈັດຕັ້ງພັກ-ລັດ ເຫັນສົມຄວນ ວ່າ ຄວນຈະມີການຮັບຮອງ ປະທານສົງຢ່າງສົມບູນ. ພ້ອມດຽວກັນນີ້ ກໍເພື່ອຄວາມເປັນສີຣິມຸງຄຸນ ໃຫ້ກັບງານບຸນລະດັບຊາດ ກໍຄື ງານບຸນນະມັດສະການພຣະທາດຫຼວງ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້, ງານສະເຫຼີມສະຫຼອງການສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້. ຈຶ່ງເຫັນວ່າ ມີຄວາມຈໍາເປັນຕ້ອງ ໄດ້ມີການຮັບຮອງປະທານສູນກາງ ອພສ ໃຫ້ມີຜົນສໍາເລັດກ່ອນພິທີ ດັ່ງກ່າວ.

ດັ່ງນັ້ນ, ໃນມື້ນີ້ທາງຄະນະບໍລິຫານງານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຈຶ່ງໄດ້ມີກອງປະຊຸມວິສາມັນຄັ້ງນີ້ຂຶ້ນມາ. ໃນການຄັດເລືອກປະທານ ສູນກາງ ອພສ ໃນຄັ້ງນີ້ ມີອົງລົງສະໝັກເປັນປະທານ ຈໍານວນ 1 ອົງ ຄື ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ອົງຮັກສາ ການປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ເຊິ່ງເປັນອົງທີ່ ເປັນຜູ້ຊົງທຳ, ວິໄນ, ສຸຕະ ແລະ ເປັນທີ່ຕັ້ງແຫ່ງຄວາມເຫຼື້ອມໃສສັດທາ ຕາມຫຼັກພຣະທຳມະວິໄນ; ເປັນຜູ້ຊົງໄວ້ຊຶ່ງພຣົມມະວິຫານສີ່, ຄຸນນະທຳ, ຈະຣິຍະທຳ, ວັດທະນະທຳ ແລະ ມະນຸດສະທຳ;  ເປັນພຣະສົງທີ່ມີຄຸນນະວຸດ; ເປັນຜູ້ມີຄວາມຮູ້, ຄວາມສາມາດທາງດ້ານ ພຣະທຳມະວິໄນ ແລະ ດ້ານອື່ນໆ ທີ່ກ່ຽວຂ້ອງ ໃນລະດັບ ທີ່ແນ່ນອນ; ເປັນຜູ້ເຄີຍດຳລົງຕຳແໜ່ງ ໃນຄະນະບໍລິຫານງານພຣະສົງ ຫຼາຍສະໄໝ; ເປັນຜູ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກຄະນະສົງ, ພຸດທະສາສະນິກະຊົນ ທັງເປັນຜູ້ນໍາພາສາສະນະກິດ ແລະ ປະກອບສ່ວນເຂົ້າໃນວຽກງານໄດ້ດີ ຕະຫຼອດມາ; ກຳແໜ້ນແນວທາງນະໂຍບາຍ, ເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ທາງຄະນະບໍລິຫານງານ ພຣະສົງຈຶ່ງເຫັນສົມຄວນວ່າ ມອບຖວາຍຕຳແໜ່ງປະທານ ສູນກາງ ອພສ ໃຫ້ແກ່ພຣະອາຈານໃຫຍ່. ໂດຍເພື່ອເປັນຮັບຮອງ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຂໍໃຫ້ສາທຸຊົນຈົ່ງພ້ອມກັນກ່າວອະນຸໂມທະນາສາທຸການ ພ້ອມໆກັນເທີ້ນ: ສາທຸ ສາທຸ ສາທຸ.