ທ່ານ ທຣໍາ ແລະ ທ່ານ ສີຈິ້ນຜິງ ເຈລະຈາກັບລາບລື່ນ ອາເມລິກາຫລຸດພາສີນໍາເຂົ້າເຫລືອ 47% ຈີນກັບມາສົ່ງອອກແຮ່ຫາຍາກ

              ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ເປີດເຜີຍຕໍ່ສື່ມວນຊົນຢູ່ໃນເຮືອບິນແອຣຟອດວັນໃນວັນທີ 30 ຕຸລາວ່າ: ທ່ານໄດ້ຕົກລົງຈະຫລຸດພາສີສິນຄ້ານໍາເຂົ້າຈາກຈີນລົງເຫລືອ 47% ຈາກ 57% ເພື່ອແລກປ່ຽນການທີ່ຈີນຈະກັບມາຊື້ຖົ່ວເຫລືອງຂອງອາເມລິກາ ລວມທັງເດີນໜ້າການສົ່ງອອກແຮ່ຫາຍາກ ແລະ ກວາດລ້າງການຄ້າເຟນທານໍທີ່ຜິດກົດໝາຍ.

               ປະທານາທິບໍດີ ທຣໍາ ກ່າວວ່າ: ທ່ານໄດ້ບັນລຸຂໍ້ຕົກລົງແຮ່ຫາຍາກ ແລະ ແຮ່ທາດສໍາຄັນໃນໄລຍະເວລາ 1 ປີຮ່ວມກັບຈີນ ແລະ ທ່ານໄດ້ຕັດສິນໃຈຫລຸດພາສີອາກອນທີ່ກ່ຽວຂ້ອງກັບເຟນທານໍໃຫ້ຈີນລົງເຫລືອ 10% ຈາກ 20% ໂດຍມີຜົນບັງຄັບໃຊ້ທັນທີ ແລະ ເພື່ອເປັນການແລກປ່ຽນ ຈີນຈະ “ເຮັດວຽກຢ່າງໜັກເພື່ອຢຸດຢັ້ງເຟນທານໍ” ແລະ ຈະກັບມາຊື້ຖົ່ວເຫລືອງ ແລະ ຜະລິດຕະພັນທາງກະສິກໍາອື່ນໆຂອງອາເມລິກາອີກ.

                 ທັງນີ້, ປະທານາທິບໍດີ ທຣໍາ ຍັງກ່າວອີກວ່າ: ທ່ານຈະເດີນທາງຢ້ຽມຢາມຈີນໃນເດືອນເມສາປີໜ້າ ແລະ ຈາກນັ້ນປະທານປະເທດ ສີຈິ້ນຜິງ ຈະເດີນທາງມາອາເມລິກາ ແຕ່ບໍ່ໄດ້ລະບຸໄລຍະເວລາທີ່ຊັດເຈນ.

                  ການພົບກັນຄັ້ງນີ້ຖືເປັນຄັ້ງທໍາອິດນັບແຕ່ທ່ານ ທຣໍາ ເຂົ້າດໍາລົງຕໍາແໜ່ງປະທານາທິບໍດີອາເມລິກາສະໄໝທີສອງໃນເດືອນມັງກອນຜ່ານມາ ໂດຍຜູ້ນໍາທັງສອງໄດ້ຈັບມືທັກທາຍກັນຢູ່ຖານທັບອາກາດໃນເມືອງປູຊານ. ບັນຍາກາດການເຈລະຈາໃນໄລຍະ 90 ນາທີເປັນໄປຢ່າງລາບລື່ນ ໂດຍປະທານາທິບໍດີ ທຣໍາ ເອີ້ນປະທານປະເທດ ສີຈິ້ນຜິງ ວ່າ “ໝູ່ເກົ່າ” ທີ່ມີການພົວພັນອັນດີມາໂດຍຕະຫລອດ. ພ້ອມກ່າວຍ້ອງຍໍປະທານປະເທດ ສີຈິ້ນຜິງ ເປັນ “ນັກເຈລະຈາທີ່ເກັ່ງ” ແລະ ເປັນ “ຜູ້ນໍາທີ່ຍິ່ງໃຫຍ່ຂອງປະເທດທີ່ຍິ່ງໃຫຍ່”.

               ປະທານປະເທດ ສີຈິ້ນຜິງ ກ່າວວ່າ: ທ່ານຮູ້ສຶກອົບອຸ່ນທີ່ໄດ້ພົບທ່ານ ທຣໍາ ອີກເທື່ອໜຶ່ງ ແລະ ທ່ານພ້ອມຈະເຮັດວຽກຮ່ວມກັບທ່ານ ທຣໍາ ຕໍ່ໄປ ເພື່ອສ້າງຮາກຖານທີ່ໝັ້ນຄົງສໍາລັບການພົວພັນ ຈີນ-ອາເມລິກາ ໂດຍລະບຸວ່າ: ຈີນ ແລະ ອາເມລິກາ ຄວນຈະເປັນ “ຫຸ້ນສ່ວນ ແລະ ມິດ”.