ອາເມລິກາປະກາດທົດລອງອາວຸດນິວເຄຼຍໃນຮອບ 33 ປີ ຕ້ອງພັດທະນາໃຫ້ທັນ ຈີນ ແລະ ຣັດເຊຍ
ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດທົດລອງອາວຸດນິວເຄຼຍຄັ້ງທໍາອິດໃນຮອບ 33 ປີ ຊີ້ເປັນການທົດລອງເພື່ອວັດແທກປະສິດທິພາບ ແລະ ພັດທະນາໃຫ້ທັນປະເທດອື່ນໆ ຖືເປັນການເຄື່ອນໄຫວບໍ່ເທົ່າໃດຊົ່ວໂມງກ່ອນພົບທ່ານ ສີຈິ້ນຜິງ ປະທານປະເທດຈີນ.
ທັງນີ້, ທ່ານ ທຣໍາ ໂພສຂໍ້ຄວາມໃນ Truth Social ໃນເຊົ້າວັນທີ 30 ຕຸລາວ່າ: ທ່ານໄດ້ສັ່ງໃຫ້ກະຊວງສົງຄາມອາເມລິກາເລີ່ມທົດລອງອາວຸດນິວເຄຼຍ ເພື່ອໃຫ້ພັດທະນາໄດ້ທັນປະເທດອື່ນໆ ເຊິ່ງຂະບວນການທົດລອງຈະເລີ່ມຕົ້ນທັນທີ ທັງກວດສອບວ່າ: ອາວຸດເກົ່າຍັງນໍາໃຊ້ໄດ້ ຫລື ບໍ່ ແລະ ອາວຸດໃໝ່ສາມາດເຮັດຫຍັງໄດ້ແດ່.
ທ່ານ ທຣໍາ ອະທິບາຍວ່າ: ເຖິງວ່າອາເມລິກາຈະມີອາວຸດນິວເຄຼຍຈໍານວນຫລາຍ ຣັດເຊຍຢູ່ອັນດັບ 2 ແລະ ຈີນຢູ່ອັນດັບ 3, ແຕ່ກຸ່ມປະເທດເຫລົ່ານີ້ຈະພັດທະນາທັນພາຍໃນອີກ 5 ປີ ແລະ ເຖິງວ່າທ່ານຈະຮູ້ວ່າ: ອາວຸດນິວເຄຼຍມີປະສິດທິພາບຮ້າຍແຮງຫລາຍໜ້ອຍຊໍ່າໃດ, ແຕ່ບໍ່ມີທາງເລືອກພຽງພໍ.
ການກັບມາທົດລອງອາວຸດນິວເຄຼຍຂອງອາເມລິກາ ຖືເປັນຄັ້ງທໍາອິດນັບແຕ່ປີ 1992 ຫລື ໃນຮອບ 33 ປີ ເຊິ່ງເປັນປະຕິກິລິຍາພຽງ 1 ວັນ ຫລັງທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍເປີດເຜີຍວ່າ: ຕອນນີ້ ປະກທດກໍາລັງທົດລອງໂພໄຊດອນ ຊຸບເປີທໍປິໂດ ແລະ ໂດຣນພະລັງງານນິວເຄຼຍ ທີ່ນັກວິເຄາະທາງການທະຫານລະບຸວ່າ: ອາວຸດນີ້ມີພະລັງມະຫາສານທີ່ສາມາດທໍາລາຍພື້ນທີ່ແຄມຝັ່ງ ແລະ ເຮັດໃຫ້ເກີດຄື້ນຍັກທີ່ມີກໍາມັນຕະລັງສີໃນມະຫາສະໝຸດໄດ້.
ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ຈະອ້າງວ່າ: ອາເມລິກາມີອາວຸດນິວເຄຼຍຫລາຍກວ່າຣັດເຊຍ, ແຕ່ຂໍ້ມູນຈາກ International Compaign to Abolish Nuclear Weapons ລະບຸວ່າ: ຣັດເຊຍມີຫົວຮົບນິວເຄຼຍຫລາຍທີ່ສຸດ ຄື 5,550 ຫົວ, ຂະນະທີ່ອາເມລິກາຢູ່ອັນດັບ 2 ຄື 5,044 ຫົວ.
ອ້າງອີງ:
- https://www.reuters.com/world/china/putin-says-russia-tested-poseidon-nuclear-capable-super-torpedo-2025-10-29/
- https://www.reuters.com/world/china/trump-asks-pentagon-immediately-start-testing-us-nuclear-weapons-2025-10-30/
- https://www.theguardian.com/us-news/2025/oct/29/trump-pentagon-us-nuclear-weapons
- https://www.bbc.com/news/articles/c4gzq2p0yk4o

