ພະນັກງານກວດກາ ສປປ ລາວ ສຳເລັດການຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 2 ເດືອນ ຢູ່ ສສ ຫວຽດນາມ
ວັນທີ 24 ຕຸລາ 2025 ພະນັກງານກວດກາ ສປປ ລາວ ສໍາເລັດການຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 2 ເດືອນ ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິງ ສສ ຫວຽດນາມ. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ຫວຽນວັນຮົງ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິງ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກຫວຽດນາມ, ຄູ-ອາຈານ ແລະ ສຳມະນາກອນ ຈາກ ສປປ ລາວ.
ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ເລີ່ມແຕ່ວັນທີ 5 ກັນຍາ ຫາ 24 ຕຸລາ 2025, ມີສໍາມະນາກອນຈາກ ສປປລາວ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 5 ສະຫາຍ, ໃນນີ້: ມາຈາກຄະນະກວດກາສູນກາງພັກ 5 ສະຫາຍ ຍິງ 1 ສະຫາຍ, ມາຈາກຄະນະກວດກາກະຊວງ-ອົງການ 9 ສະຫາຍ, ຍິງ 4 ສະຫາຍ ແລະ ມາຈາກຄະນະກວດກາບັນດາເມືອງ ຂອງແຕ່ລະແຂວງ 6 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນທັງໝົດ 20 ສະຫາຍ.
ຜ່ານການຝຶກອົບຮົມໃນຄັ້ງນີ້ ເຮັດໃຫ້ສຳມະນາກອນໃນແຕ່ລະຂົງເຂດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ
- ກ່ຽວກັບທັກສະທາງດ້ານທິດສະດີ ແລະ ພຶດຕິກຳໃນການນຳໃຊ້ເພື່ອເປັນບ່ອນອີງ ແລະ ປະຕິບັດຕາມຂັ້ນຕອນ ແລະ ວິທີການໃນການເຄື່ອນໄຫວວຽກງານກວດກາ, ຕິດຕາມວຽກງານພັກ, ຫຼັກມູນທິດສະດີລັດທິມາກ-ເລນິນ, ແນວຄິດໂຮຈິມິ່ນ ຂອງພັກກອມມູນິດຫວຽດນາມ ໃນໄລຍະໃໝ່;
- ສະພາບການຂອງໂລກ ແລະ ແນວທາງນະໂຍບາຍການຕ່າງປະເທດ ຂອງປະເທດ ສສ ຫວຽດນາມ ໂດຍຫັນປະເທດໃຫ້ເປັນອຸດສາຫະກຳທີ່ທັນສະໄໝຫັນເຂົ້າສູ່ການນຳໃຊ້ລະບົບດີຈີຕ໋ອນເຂົ້າໃນວຽກງານຕົວຈິງ;
- ສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງປ່ຽນແປງໃໝ່ ທາງດ້ານຈິນຕະນາ ການ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂ; ຜົນງານ, ບົດຮຽນພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ;
- ປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງ, ການໂຮມກົງຈັກເຂົ້າກັນ ເປັນຕົ້ນແມ່ນ ໂຮມບັນດາແຂວງ, ເມືອງ ແລະ ຕາແສງ ເພື່ອໃຫ້ຮັດກຸມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນການເຄື່ອນໄຫວນຳພາຂອງຄະນະພັກ, ຄະນະກຳມະການກວດກາ ແລະ ການກໍ່ສ້າງພັກຂັ້ນສູນກາງ;
- ສາມາດກໍາໄດ້ຂັ້ນຕອນການກະກຽມ, ການດໍາເນີນການ, ການສະຫລຸບ, ການກວດກາ, ຢັ້ງຢືນພິສູດການກະທໍາຜິດ, ການລະເມີດລະບຽບວິໄນວຽກງານກວດກາພັກ ໃນຂົງເຂດເສດຖະກິດການເງິນ, ການລົງວິໄນການຈັດຕັ້ງພັກ, ສະມາຊິກພັກ, ໂດຍສະເພາະແມ່ນວຽກງານທາງດ້ານທິດສະດີ, ພຶດຕິກຳຕົວຈິງ, ບັນດານິຍາມ, ຫລັກການ ແລະ ຮູບການລົງວິໄນ.
ທີ່ມາ: ວາລະສານກວດກາ
