ຢີ່ປຸ່ນ ຊ່ວຍເຫລືອລ້າແຂວງຫົວພັນ ກໍ່ສ້າງຊົນລະປະທານ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ລວມມູນຄ່າ 233,616 ໂດລາ
October 30, 2025 - 10:18 AM

ວັນທີ 28 ຕຸລາ 2025 ແຂວງຫົວພັນ ຈັດພິທີ ເຊັນສັນຍາ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຢີ່ປຸ່ນ ໂດຍການເຂົ້າຮ່ວມລົງນາມຕ່າງໜ້າຝ່າຍລາວ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ແລະ ຝ່າຍຢີ່ປຸ່ນໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຢີປຸ່ນ ປະຈຳ ສປປລາວ ແລະ ພາກສ່ວນກ່ຽວຂ້ອງ.
ໂຄງການຊ່ວຍເຫລືອລ້າຈາກລັດຖະບານຢີ່ປຸ່ນ ທີ່ມອບໃຫ້ແຂວງຫົວພັນໃນຄັ້ງນີ້ມີ 2 ໂຄງການຄື:
– ໂຄງການກໍ່ສ້າງຊົນລະປະທານ ນ້ຳສິມ ເມືອງວຽງໄຊ ມີມູນຄ່າການກໍ່ສ້າງ 142,271 ໂດລາ ໂດຍແມ່ນຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງວຽງໄຊ ເປັນເຈົ້າຂອງໂຄງການ.
– ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານແກ່ວກູ້ ເມືອງແອດ ເຊິ່ງມີມູນຄ່າການກໍ່ສ້າງ 91,345 ໂດລາ ຫ້ອງການສຶກສາທິການ ແລະ ກິລາ ເມືອງແອດເປັນເຈົ້າຂອງໂຄງການ.
ທັງໝົດເປັນທຶນຊ່ວຍເຫລືອລ້າຈາກລັດຖະບານຢີ່ປຸ່ນ ໂດຍຜ່ານສະຖານທູດຢີ່ປຸ່ນປະຈຳລາວ.
ທີ່ມາ: Houaphan News