ຊັດປູມເປົ້າ ຄ້ອງຄໍເປັດ ແລະ ສາວນ້ອຍຕົກນຳ້ ຖືກຫ້າມໃນບຸນນະມັດສະການ ພຣະທາດຫຼວງ 2025

ໂດຍ: ຜາຕຸງ

ທຸກໆປາງບຸນຕາມປະເພນີຂອງລາວເຮົາ ຈະເປັນປາງບຸນນ້ອຍ ປາງບຸນໃຫຍ່ຕາມຊົນນະບົດ ຫຼື ຕົວເມືອງຍ່ອມມີການຄົບງັນຕາມປະເພນີ ມີການວາງສະແດງແລະຈຳໜ່າຍສິນຄ້າ ມີການລະຫຼິ້ນຫຼາຍໆຢ່າງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ຄົນທີ່ມາທ່ຽວໃນງານບຸນນັ້ນໆ ສິ່ງທີ່ເປັນເອກະລັກທີ່ສຸດແມ່ນການຂາຍເຂົ້າຫຼາມແລະໄກ່ປີ້ງ ແຕ່ມາປະຈຸບັນນີ້ຫຼາຍສິ່ງຢ່າງໄດ້ປ່ຽນໄປຕາມການເວລາຂອງຍຸກສະໄໝ ນອກຈາກ ເຂົ້າຫຼາມ ໄກ່ປີ້ງແລ້ວຍັງມີອາຫານການກິນທີ່ຫຼາກຫຼາຍເພີ່ມເຕີມຂື້ນຕື່ມອີກ,

ສ່ວນການລະຫຼິ້ນ ທີ່ເຫັນແຕ່ລະປາງບຸນ ກໍ່ຈະມີຫຼວງຫຼາຍກິດຈະກຳ ໃຫ້ຜູ້ມາທ່ຽວມາຫຼິ້ນບຸນໄດ້ສຳຜັດທີ່ຫຼາກຫຼາຍ ເປັນຕົ້ນແມ່ນ ການວາງສະແດງ ແລະ ຂາຍສິນຄ້າ, ການສະແດງດົນຕີ ,ສ່ວນເປັນປະເພດທີ່ເຫັນພົ້ນເດັ່ນກໍແມ່ນການຊັດລູກດອກໃສ່ປູມເປົ້າ, ສຽບປິ໋ງໂກ່, ແລະ ສິ່ງໃໝ່ໆທີ່ເກີດຂື້ນມາໄລຍະຫຼັງໆນີ້ແມ່ນການໂຍນບ້ວງໃສ່ຄໍເປັດ, ສາວນ້ອຍຕົກນ້ຳ, ເບິ່ງເຜີນໆ ກໍເປັນພຽງການລະຫຼິ້ນແບບທຳມະດາ ແຕ່ເບິ່ງເລິກລົງໄປແລ້ວສິ່ງເຫຼົ່ານີ້ອາດກາຍເປັນມອມເມົາຜູ້ຄົນໄປໃນຕົວກໍເປັນໄດ້ ມີຫຼາຍຄົນເຂົ້າໄປທົດລອງ ເມື່ອລອງແລ້ວພັດຢາກລອງອີກແບບບໍ່ຮູ້ສຶກຕົວ ແຕ່ສິ່ງໄດ້ມາຄືຂອງຂວັນລາງວັນເລັກໆນ້ອຍໆ ບໍ່ສົມກັບເງິນຄຳກຳແກ້ວທີ່ເສຍໄປ.

ໃນໄລຍະບຸນນະມັດສະການພຣະທາດຫຼວງວຽງຈັນ 2025 ແຕ່ວັນທີ່ 1-5ພະຈິກ ແນ່ນອນວ່າຈະມີການຄົບງັນ ການລະຫຼິ້ນທີ່ຫຼາຫຫຼາຍໃຫ້ມວນຊົນໄດ້ສຳຜັດ ແລະ ເຊື່ອວ່າ ການຊັດປູມເປົ້າ ຄ້ອງຄໍເປັດ ສາວນ້ອຍຕົກນ້ຳ ກໍຈະເຂົ້າມາພ້ອມກັນ ດັ່ງນັ້ນເພື່ອຄວາມສະຫງົບປອດໄພແລະຄວາມເປັນລະບຽບ ຮຽບຮ້ອຍຂອງງານບຸນ  ວັນທີ 21 ຕຸລາ 2025 ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຂໍ້ຫ້າມຕ່າງໆໃນງານບຸນພຣະທາດຫຼວງປີ 2025 ວ່າ: ບຸນນະມັດສະການພຣະທາດຫຼວງເປັນປາງບຸນໃຫຍ່ ເປັນບຸນຂອງມະຫາຊົນ ເປັນບຸນສຳຄັນຂອງຊາດ ເພື່ອເປັນກາານ ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ຂອງເຜົ່າໄວ້ໃຫ້ເຖິງ ລຸ່ນລູກ ລຸ່ນຫຼານ ຂອງຄົນລາວສືບຕໍ່ໄປໃນພາຍພາກໜ້າ, ຈຶ່ງໄດ້ອອກຂໍ້ຫ້າມຫຼາຍຢາງໃຫ້ທຸກຄົນໄດ້ປະຕິບັດຕາມ,

ນອກນັ້ນ, ທາງ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນ ຫຼວງວຽງຈັນກໍໄດ້ອອກຂໍ້ຫ້າມບາງຢ່າງເຊັ່ນດຽວກັນເຊິ່ງ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນ ຫຼວງວຽງຈັນກ່າວວ່າ:  ໃນບຸນະມັດສະການພຣະທາດຫຼວງປີ2025ນີ້ ບໍ່ອານຸຍາດໃຫ້ມີຮ້ານຊັດປູມເປົ້າ, ຮ້ານໂຍນບ້ວງຄ້ອງຄໍເປັດ ແລະ ຮ້ານສາວນ້ອຍຕົກນຳ, ແຕ່ວ່າ ສະເພາະ ຮ້ານຊັດປູມເປົ້າເພິ່ນກໍບໍ່ໄດ້ຫ້າມທັງໝົດ ພຽງແຕ່ຫ້າມຕັ້ງຮ້ານໃນບາງເຂດທີ່ເຫັນວ່າບໍ່ມີຄວາມເໝາະສົມ ໝາຍຄວາມວ່າມີໄດ້ແຕ່ຕ້ອງຢູ່ໃນເຂດທີ່ຄະນະຮັບຜິດຊອບຈັດສັນຕາມແຜນຜັງທີ່ກຳນົດ, ສ່ວນຮ້ານໂຍນບ້ວງຄ້ອງຄໍເປັດ ແລະ ຮ້ານສາວນ້ອຍຕົກນ້ຳ ແມ່ນຫ້າມເດັດຂາດບໍ່ໃຫ້ມີ ຖ້າມີການລະເມີດ ຝ່າຝືນຈະໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ.

ແນວໃດກໍຕາມ ການທີ່ ພາກສ່ວນກ່ຽວຂ້ອງມີຂໍ້ຫ້າມອອກມາຄືແນວນີ້ ແມ່ນເປັນການປົກປ້ອງຮີດຄອງວັດທະນະທຳອັນດີງາມຂອງຊາດ ຮັກສາການລະຫຼີ້ແບບພື້ນບ້ານພື້ນເມືອງໃຫ້ຄົງຕົວຕະຫຼອດໄປ ແຕ່ສຳຄັນແມ່ນເປັນການປົກປ້ອງປະຊາຊົນຜູ້ບໍລິສຸດຫຼືຜູ້ຮູ້ເທົ່າບໍ່ເຖິງການ ບໍ່ໃຫ້ຕົກເປັນເຫຍື່ອສິ່ງຂອງເບື່ອເມົານີ້ ເພາະເບິ່ງແລ້ວອາດຕົກເຂົ້າໃນຂ່າຍການຕົວະຍົວະຫຼອກລວງແບບເຊິ່ງໜ້າ ກໍເປັນໄດ້ ນອກຈາກສິ່ງເຫຼົ່ານີ້ແລ້ວ ທຸກຄົນທີ່ໄປທ່ຽວໃນງານບຸນຈົ່ງພ້ອມກັນເປັນເຈົ້າພາບປະຕິບັດຕາມຂໍ້ຫ້າມທີ່ຄະນະຮັບຜິດຊອບວາງອອກເພື່ອຄວາມສະຫງົບປອດໄພ ຮັກສາໄດ້ ຮີດຄອງ ວັດທະນະທຳອັນດີງາມຂອງຊາດໃຫ້ຍືນຍົງຕະຫຼອດໄປ.