ອັດຕະປື ອະນຸມັດໃຫ້ບໍລິສັດເອກະຊົນຈາກຕ່າງປະເທດ ສຳປະທານໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງສະໜາມໄຊ ເນື້ອທີ່ 10 ເຮັກຕາ

ວັນທີ 28 ຕຸລາ 2025 ນີ້ ອົງການປົກຄອງແຂວງອັດຕະປື ໄດ້ອະນຸມັດໃຫ້ ບໍລິສັດ ເອດສບິນ ສາທາລະນະລັດ ເກົາຫລີ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານໂຄງການ ພະລັງງານໄຟຟ້າແສງຕາເວັນ ມີກໍາລັງຕິດຕັ້ງ 5 ເມກາວັດ ໃນເນື້ອທີ່ 10 ເຮັກຕາ ຢູ່ບ້ານສະໜອງໃໝ່ປີນດົງ, ເມືອງສະໜາມໄຊ, ໂດຍມີເປົ້າໝາຍລວມ ເພື່ອເປັນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ ຕາມທິດພະລັງງານສະອາດ.

ພິທີເຊັນສັນຍາສໍາປະທານໂຄງການດັ່ງກ່າວ, ຕາງໜ້າຝ່າຍອົງການປົກຄອງແຂວງອັດຕະປື ລົງນາມເຊັນສັນຍາໂດຍ ທ່ານ ມີໄຊ ສີສະແຫວງສຸກ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ, ທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກໍາມະການປົກຄອງເມືອງສະໜາມໄຊ ແລະ ຝ່າຍບໍລິສັດ ລົງນາມເຊັນສັນຍາໂດຍ ທ່ານ ເອັມ ຢຸງ ວິ ປະທານ ບໍລິສັດ ເອດສບິນ ສາທາລະນະລັດ ເກົາຫລີ ຈຳກັດຜູ້ດຽວ ແລະ ທ່ານ ແມນ ສິ ໂອ໋ກ ສິໂອະ ຮອງປະທານ ບໍລິສັດ, ໂດຍຊ້ອງໜ້າທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ: ຂ່າວສານອອນລາຍ ອັດຕະປື