ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ
ວັນທີ 27 ຕຸລາ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດນັບຕັ້ງແຕ່ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ. ສອງຝ່າຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະຜ່ານມາ, ພິເສດໃນປີ 2025 ນີ້ ແມ່ນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫ່ວາງສອງປະເທດ ຊຶ່ງສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ລວມທັງສືບຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ ສ ເກົາຫຼີ ໃນດ້ານຕ່າງໆ ຕະຫຼອດຊຸມປີຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະການຊ່ວຍເຫຼືອເພື່ອການພັດທະນາ (ODA) ເຂົ້າໃນໂຄງການສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕາຝັ່ງເຈື່ອນ, ໂຄງການເກັບກູ້ລະເບີດບໍ່ທັນແຕກ, ການຊ່ວຍເຫຼືອດ້ານສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.
ຄຽງຄູ່ກັນນັ້ນ, ກໍໄດ້ຊົມເຊີຍການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫ່ວາງສອງປະເທດ ຊຶ່ງສືບຕໍ່ຂະຫຍາຍຕົວໃນລະດັບສູງ ແລະ ກວມເອົາຫຼາຍຂົງເຂດວຽກງານ ໂດຍສະເພາະໃນຂະແໜງພະລັງງານສະອາດ, ການກໍ່ສ້າງ, ການບໍລິການ, ກະສິກໍາ ແລະ ອື່ນໆ. ດ້ານການທ່ອງທ່ຽວ ເຫັນວ່ານັກທ່ອງທ່ຽວຂອງ ສ ເກົາຫຼີ ເດີນທາງມາທ່ອງທ່ຽວຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ຊຶ່ງເປັນການຊຸກຍູ້ການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.
ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃຫ້ກວ້າງຂວາງອອກຕື່ມ ໂດຍສະເພາະໃນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນດ້ານພະລັງງານສະອາດ, ການພັດທະນາພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງເຊື່ອມຈອດ, ການບໍລິຫານ ແລະ ການທ່ອງທ່ຽວ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຕິດຕາມ ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ເພື່ອປາບປາມການສໍ້ໂກງທາງອອນລາຍ ຊຶ່ງຍັງເປັນໄພຄຸກຄາມ ແລະ ສ້າງຄວາມເສຍຫາຍທາງດ້ານຊັບສິນຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນໃນຫຼາຍປະເທດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
