ມຽນມາປະກາດຈັດເລືອກຕັ້ງທົ່ວໄປຮອບສອງ 11 ມັງກອນປີໜ້າ
ສື່ທາງການມຽນມາລາຍງານໃນວັນທີ 29 ຕຸລາວ່າ: ລັດຖະບານມຽນມາປະກາດກຽມຈັດການເລືອກຕັ້ງທົ່ວໄປໄລຍະສອງໃນວັນທີ 11 ມັງກອນ 2026 ຫລື 2 ອາທິດຫລັງການເລືອກຕັ້ງໄລຍະທໍາອິດໃນວັນທີ 28 ທັນວາ 2025 ຄວບຄຸມພື້ນທີ່ 100 ເຂດທົ່ວປະເທດ ລວມທັງບາງສ່ວນໃນເມືອງຢາງກຸ້ງ ທ່າມກາງສຽງວິພາກວິຈາກນາໆຊາດທີ່ເບິ່ງວ່າເປັນພຽງການເລືອກຕັ້ງລວງຕາ.
ທ່ານພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ຜູ້ນໍາລັດຖະບານມຽນມາ ຈະຢືນຢັນເດີນໜ້າຈັດເລືອກຕັ້ງ, ແຕ່ຍອມຮັບວ່າຈະບໍ່ສາມາດຈັດການລົງຄະແນນສຽງໄດ້ທົ່ວປະເທດ. ຂະນະທີ່ຫລາຍພັກປະຊາທິປະໄຕຖືກສັ່ງຫ້າມ ຫລື ປະຕິເສດເຂົ້າຮ່ວມ.
ສ່ວນພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ຂອງນາງ ອອງຊານ ຊູຈີ ແລະ ພັກການເມືອງອີກ 39 ພັກ ຖືກຄະນະກໍາມະການການເລືອກຕັ້ງທີ່ແຕ່ງຕັ້ງໂດຍກອງທັບສັ່ງຍຸບເມື່ອ 2 ປີກ່ອນ ເນື່ອງຈາກບໍ່ມາລົງທະບຽນເຂົ້າຮ່ວມການເລືອກຕັ້ງ.
ສ່ວນທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວນອກຮອບກອງປະຊຸມສຸດຍອດອາຊຽນໃນວັນທີ 27 ຕຸລາວ່າ: ບໍ່ມີໃຜເຊື່ອວ່າການເລືອກຕັ້ງຄັ້ງນີ້ຈະເສລີ ແລະ ເປັນທໍາ.
ຂະນະດຽວກັນ, ກຸ່ມປະເທດສະມາຊິກອາຊຽນຍອມຮັບວ່າ ຕົນບໍ່ສາມາດຂັດຂວາງການເລືອກຕັ້ງທົ່ວໄປຂອງມຽນມາໄດ້. ຂະນະທີ່ລັດຖະມົນຕີຕ່າງປະເທດຕ່າງຮຽກຮ້ອງໃຫ້ການເລືອກຕັ້ງເປັນໄປຢ່າງໂປ່ງໃສ ແລະ ມີສ່ວນຮ່ວມຈາກທຸກຝ່າຍ.

