ອິດສະລາແອນໂຈມຕີກາຊາ ອ້າງຮາມັດລະເມີດຢຸດຍິງ ພາຍຫລັງໂຈມຕີທະຫານ-ຈັດສາກສົ່ງຄືນສົບປອມ
ກອງທັບອິດສະລາແອນເລີ່ມການໂຈມຕີທາງອາກາດໃນຫລາຍພື້ນທີ່ຂອງເຂດກາຊາໃນຄໍ່າວັນທີ 28 ຕຸລາ ພາຍຫລັງນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ສັ່ງປະຕິບັດການໂຈມຕີຢ່າງຮຸນແຮງ ເພື່ອຕອບໂຕ້ສິ່ງທີ່ທ່ານອ້າງວ່າເປັນການລະເມີດຂໍ້ຕົກລົງຢຸດຍິງ ທັງການໂຈມຕີທະຫານອິດສະລາແອນ ແລະ ພະຍາຍາມຢຸດການສົ່ງຄືນສົບຕົວປະກັນທີ່ເຫລືອຢູ່.
ໜ່ວຍງານປ້ອງກັນໄພພົນລະເຮືອນ ແລະ ເຈົ້າໜ້າທີ່ໂຮງໝໍຢູ່ກາຊາທີ່ບໍລິຫານໂດຍກຸ່ມຮາມັດ ລາຍງານວ່າ: ຜົນຈາກການໂຈມຕີ ສົ່ງຜົນເຮັດໃຫ້ມີຊາວປາແລັສຕິນຢ່າງໜ້ອຍ 26 ຄົນເສຍຊີວິດ ໂດຍອິດສະລາແອນໄດ້ໂຈມຕີໃສ່ເຮືອນ, ໂຮງຮຽນ ແລະ ອາຄານທີ່ພັກອາໄສໃນຫລາຍເມືອງ ລວມທັງກາຊາ ຊິຕີ້ (Gaza City), ເບດ ລາເຮຍ (Beit Lahia), ອໍ-ບູເຣວ (al-Bureij), ນູເຊຍຣັດ (Nuseirat) ແລະ ຂ່ານ ຢູນິດ (Khan Younis).
ທ່ານ ອິດສະລາແອນ ແຄດ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບອິດສະລາແອນ ກ່າວຫາກຸ່ມຮາມັດວ່າ: ໄດ້ກ້າວຂ້າມ “ເສັ້ນແດງ” ດ້ວຍການໂຈມຕີທະຫານອິດສະລາແອນຢູ່ເຂດກາຊາໃນວັນທີ 28 ຕຸລາ.
ໂດຍສື່ອິດສະລາແອນລາຍງານວ່າ: ທະຫານອິດສະລາແອນທີ່ຢູ່ໃນເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາ ຖືກຍິງດ້ວຍລູກສອນໄຟຕໍ່ຕ້ານລົດຕັງ ແລະ ພົນຊຸ່ມຍິງໃນຕອນບ່າຍວັນທີ 28 ຕຸລາ.
ຂະນະທີ່ Al Jazeera ລາຍງານວ່າ: ກໍລະນີທີ່ເກີດຂຶ້ນເປັນການຍິງປະທະກັນ, ສ່ວນສື່ປາແລັສຕິນລາຍງານວ່າ: ກອງທັບອິດສະລາແອນໄດ້ມີການຍິງປືນໃຫຍ່ໃນພື້ນທີ່ດັ່ງກ່າວໃນເວລາດຽວກັນ.
ສ່ວນກຸ່ມຮາມັດອອກຖະແຫລງການປະຕິເສດວ່າ: ບໍ່ໄດ້ໂຈມຕີກອງກໍາລັງທະຫານອິດສະລາແອນ ແລະ ປະນາມການໂຈມຕີຂອງອິດສະລາແອນ, ພ້ອມທັງຢືນຢັນວ່າ: ບໍ່ມີສ່ວນກ່ຽວຂ້ອງຕໍ່ເຫດການຍິງປະທະຢູ່ຣາຟາ ແລະ ຍັງຢືນຢັນພັນທະສັນຍາທີ່ຈະປະຕິບັດຕາມຂໍ້ຕົກລົງຢຸດຍິງ.
ຂະນະດຽວກັນ, ກຸ່ມຮາມັດຍັງປະກາດວ່າຈະເລື່ອນການສົ່ງຄືນສົບຕົວປະກັນອອກໄປ ເນື່ອງຈາກການໂຈມຕີຂອງອິດສະລາແອນທີ່ຖືເປັນການ “ລະເມີດຂໍ້ຕົກລົງ”.
ອ້າງອີງ:
