ນໍາສົ່ງພະນັກງານກວດກາ ເຂົ້າຮ່ວມຝຶກອົບຮົມ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ ສປ ຈີນ

ລະຫວ່າງວັນທີ 17-25 ຕຸລາ 2025 ຜ່ານມານີ້, ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ ສປ ຈີນ ຢູ່ສະຖາບັນກວດກາວິໄນ ແລະ ກວດກາລັດ ສປ ຈີນ ທັງໝົດ 30 ທ່ານ, ຍິງ 7 ທ່ານ; ໃນນີ້, ມີພະນັກງານຈາກອົງການກວດກາແຫ່ງລັດ 15 ທ່ານ, ຍິງ 4 ທ່ານ, ອົງການກວດກາລັດກະຊວງ-ອົງການ 5 ທ່ານ, ຍິງ 2 ທ່ານ ແລະ ທ້ອງຖິ່ນ 10 ທ່ານ, ຍິງ 1 ທ່ານ. ນໍາພາໂດຍທ່ານ ສຸກຄໍາເພັດ ເຮືອງບຸດສີ ກຳມະການປະຈໍາພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງສູນກາງ.

ການຝຶກອົບຮົມຄັ້ງນີ້ປະກອບມີ 7 ຫົວຂໍ້ສະເພາະ ແລະ ລົງທັດສະນະພາກສະໜາມ 4 ຫົວຂໍ້ ເຊິ່ງຫົວຂໍ້ສະເພາະປະກອບມີ:

– ແນວຄິດການປົກຄອງ ແລະ ຄຸ້ມຄອງລັດຂອງການນໍາ ສປ ຈີນ;

– ລະບອບການເມືອງ ສປ ຈີນ;

– ຜົນສໍາເລັດຂອງ ສປ ຈີນ ໃນການຊຸກຍູ້ການສ້າງແບບແຜນທີ່ດີ ຂອງພັກ ແລະ ການບໍລິຫານແບບປອດໃສຂາວສະອາດ ກໍ່ຄືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ;

– ແນະນໍາສະພາບການ ແລະ ພາລະບົດບາດຂອງອົງການກວດກາວິໄນ ແລະ ການຕິດຕາມກວດກາຂອງ ສປ ຈີນ;

– ສະພາບການສ້າງລະບົບກົດໝາຍ ແລະ ນິຕິກໍາກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປ ຈີນ;

– ສະພາບການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ “ຂໍ້ກຳນົດ 08 ຂໍ້” ຂອງສູນກາງພັກກອມມູນິດຈີນເພື່ອເພີ່ມທະວີການກໍ່ສ້າງແບບແຜນຂອງພັກ;

– ສະພາບການຮ່ວມມືສາກົນດ້ານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຊອກຈັບຜູ້ຫຼົບໜີ ແລະ ການນໍາຄືນຂອງກາງຂອງຈີນ.

 ຫລັກສູດພາກສະໜາມປະກອບມີ:

– ການສອນຢູ່ພາກສະໜາມກົມມະລຽນກ່ຽວກັບວັດທະນະທໍາການເມືອງປອດໃສຂາວສະອາດຂອງ ສປ ຈີນ;

– ການຢ້ຽມຢາມ ແລະ ທັດສະນາສຶກສາຢູ່ສູນບໍລິການດ້ານວຽກງານພັກ ແລະ ປະຊາຊົນ ຖະໜົນຊາວວາຍ ເຂດຊາວຢາງ ນະຄອນຫຼວງປາກກິ່ງ;

– ສະຖານສຶກສາອົບຮົມກ່ຽວກັບການເມືອງປອດໃສຂາວສະອາດ ເຂດໄຫຕ້ຽນ ນະຄອນຫລວງປັກກິ່ງ;

– ການຮຽນການສອນຢູ່ພາກສະໜາມ ປະຫວັດສາດວຽກງານການກວດກາພັກ-ລັດ ຂອງພັກກອມມູນິດຈີນ.

ຜ່ານການຝຶກຮົມນັກສໍາມະນາກອນໄດ້ຮັບຮູ້ລັກສະນະທີ່ພົ້ນເດັ່ນທີ່ສຸດໃນການປົກຄອງປະເທດ ແລະ ບໍລິຫານການ ເມືອງ ຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງກ່ຽວກັບ ການປົກຄອງປະເທດ,ລະບົບການເມືອງ, ວຽກງານຕ້ານການສໍ້ລາດບັງຫຼວງ ການຄຸ້ມຄອງພັກ; ສະພາບວຽກງານລາດຕະເວນ ແລະ ການກວດກາຂອງ ນະຄອນຫລວງປັກກິ່ງ. ນອກຈາກນີ້, ຍັງໄດ້ຮູ້ກ່ຽວຂະບວນການພັດທະນາພື້ນຖານໂຄງລ່າງ ແລະ ສາມາດສຳພັດໄດ້ເຖິງວິຖີດຳລົງຊີວິດ, ວັດທະນະທໍາ, ການທ່ອງທ່ຽວ ຂອງປະເທດຈີນ ເວົ້າລວມ, ເວົ້າສະເພາະກໍ່ຄືນະຄອນຫລວງປັກກິ່ງ ມີການຂະຫຍາຍທາງດ້ານພື້ນຖານໂຄງລ່າງຢ່າງໄວວາທີ່ສຸດ ເຊິ່ງເປັນນະວັດຕະກຳໃໝ່ໃຫ້ແກ່ນັກສຳມະນາກອນທີ່ໄດ້ໄປຝຶກອົບຮົມ ໄດ້ນໍາມາເຜີຍແຜ່ ແລະ ເປັນບົດຮຽນໃນ ສປປ ລາວ.

ທີ່ມາ: ວາລະສານກວດກາ