ປກສ ແຂວງວຽງຈັນ ຈັບກຸ່ມຄ້າຂາຍຢາເສບຕິດ 13 ຄົນ ພ້ອມຂອງກາງ 900 ກວ່າກິໂລກຣາມ
ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 23 ຕຸລາ 2025 ຜ່ານມານີ້ ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ມ້າງເປົ້າໝາຍຄະດີຄ້າ-ຂາຍ ໃບກະທ້ອມ ໄດ້ 13 ຄົນ, ພ້ອມຂອງກາງ 905,8 ກິໂລກຣາມ, ນໍ້າຢາດີໄອ 6,094 ແກ້ວ ແລະ ຢາສູບໄຟຟ້າ 333 ອັນ ພ້ອມນໍາຕົວພວກກ່ຽວມາທໍາການສືບສວນ-ສອບສວນຂະຫຍາຍຜົນ.
ວັນທີ 23 ຕຸລາ 2025 ໄດ້ກັກຕົວຜູ້ຖືກຫາໄດ້ 1 ຄົນຄື: ທ້າວ ທະນົງໄຊ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 300 g ນໍ້າຢາດີໄອ 4 ແກ້ວ ຢູ່ບ້ານ ໂພນສະຫວາດ ເມືອງ ໂພນໂຮງ ແຂວງວຽງຈັນ
ວັນທີ 14 ຕຸລາ 2025 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນຄື: ທ້າວ ອານຸສິດ ອາຍຸ 26 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ໂພນສະຫວາດເໜືອ, ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ພ້ອມຂອງກາງ ໃບກະທ່ອມນໍ້າໜັກ 29,5 ກິໂລກຣາມ, ນໍ້າຢາດີໄອ 2,715 ແກ້ວ ແລະ ຢາສູບໄຟຟ້າ 95 ອັນ.
ວັນທີ 16 ຕຸລາ 2025 ໄດ້ກັກຕົວເປົ້າໝາຍ 3 ຄົນຄື: ທ້າວ ປະພົນ ອາຍຸ 44 ປີ, ອາຊີບ ກຳມະກອນ, ສັນຊາດໄທ, ຢູ່ບ້ານສຽວ, ເມືອງ ເບັນຈະລັກ, ແຂວງ ສີສະເກດ, ທ້າວ ຄົມສັນ ອາຍຸ 45 ປີ, ອາຊີບກຳມະກອນ, ສັນຊາດໄທ, ຢູ່ບ້ານ ໜອງແກ່ງຊາດ, ເມືອງ ໄຊກາ, ແຂວງ ບຶງການ, ນາງ ອໍລະການ ອາຍຸ 33 ປີ, ອາຊີບ ກຳມະກອນ, ສັນຊາດໄທ, ຢູ່ບ້ານສຽວ ເມືອງ ເບັນຈາລັກ ແຂວງ ສີສະເກດ ພ້ອມດ້ວຍຂອງກາງໃບກະທ່ອມນ້ຳໜັກ 75 ກິໂລກຣາມທັງສາມຄົນແມ່ນຖືກ ກັກຕົວຢູ່ຂອບເຂດ ບ້ານດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ມາທຳການສືບສວນ-ສອບສວນຂະຫຍາຍຜົນ.
ວັນທີ 18 ຕຸລາ 2025 ໄດ້ກັກຕົວເປົ້າໝາຍ 1 ຄົນຄື: 1 ນາງ ຈຸລາສັກ ອາຍຸ 39 ປີ, ອາຊີບຄ້າ-ຂາຍ ຢູ່ບ້ານ ນາໄຫ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 100 ກິໂລກຣາມ.
ວັນທີ 21 ຕຸລາ 2025 ໄດ້ກັກຕົວເປົ້າໜາຍ 6 ຄົນຄື:
- ທ້າວ ສົມວັນດີ ອາຍຸ 23 ປີ, ອາຊີບ ກຳມະກອນ, ຢູ່ບ້ານໂພຄຳ ເມືອງໄຊທານີ, ນະຄອນຫລວງວຽງຈັນ, ທ້າວ ບຸນທະວີ ອາຍຸ 22 ປີ ອາຊີບ ກຳມະກອນ ຢູບ້ານ ໂນນແສງຈັນ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ທັງສອງຄົນມີຂອງກາງໃບກະທ້ອມນໍ້າໜັກ 180 ກິໂລກຣາມ
- ທ້າວ ວັນນະລິດ ອາຍຸ 29 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ໂຊກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 120 ກິໂລກຣາມ
- ນາງ ໄມອ່ອນ ອາຍຸ 32 ປີ, ອາຊີບຄ້າ-ຂາຍ, ຢູ່ບ້ານ ໂພນເມືອງນ້ອຍ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ພ້ອມດ້ວຍຂອງກາງໃບກະທ້ອມນ້ຳໜັກ 120 ກິໂລກຣາມ ແລະ ນໍ້າຢາດີໄອ 1,000 ແກ້ວ
- ທ້າວ ທາວັນ ອາຍຸ 21 ປີ, ອາຊີບ ນັກສຶກສາ, ຢູ່ບ້ານ ສີຊົມຊື່ນ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ພ້ອມຂອງກາງໃບກະທ້ອມນໍ້າໜັກ 120 ກິໂລກຣາມ
- ທ້າວ ພອນປະເສີດ ອາຍຸ 25 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ດອນຊີງຊູ້, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 120 ກິໂລກຣາມ.
ວັນທີ 22 ຕຸລາ 2025 ໄດ້ກັກຕົວເປົ້າໝາຍ 2 ຄົນຄື: ນາງ ອໍລະພັນ ຫຼື ອາຍຸ 35 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ນາຊ່າງໄຜ່, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ, ນາງ ດີດ່າ ອາຍຸ 17 ປີ ຢູ່ບ້ານ ນາຊ່າງໄຜ່ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ທັງສອງມີຂອງກາງໃບກະທ້ອມນໍ້າໜັກ 41 kg ແລະ ນໍ້າຢາດີໄອ 3,375 ແກ້ວ ແລະ ຢາສູບໄຟຟ້າ 238 ອັນ.
ປັດຈຸບັນ ຄະດີດັ່ງກ່າວເຈົ້າໜ້າທີ່ຕຳຫລວດພວມດຳເນີນຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
ທີ່ມາ: Viengchan Police news
