ສປ. ຈີນ–ອາຊຽນ ລົງນາມເຂດການຄ້າເສລີ “ACFTA 3.0” ຍົກລະດັບເສດຖະກິດດິຈິຕອນ–ສີຂຽວ ເສີມພາກພື້ນຮັບມືສົງຄາມການຄ້າ

ສໍານັກຂ່າວ ຣອຍເຕີ ລາຍງານ ວັນທີ 28 ຕຸລາ 2025 ສປ. ຈີນ ແລະ ກຸ່ມປະເທດອາຊຽນ ໄດ້ລົງນາມໃນ “ຂໍ້ຕົກລົງຍົກລະດັບເຂດການຄ້າເສລີອາຊຽນ–ຈີນ ສະບັບທີ 3 (ACFTA 3.0)” ທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ ໂດຍມີ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ຫລີ ຊຽງ ນາຍົກລັດຖະມົນຕີ ສປ.ຈີນ ຮ່ວມເປັນສັກຂີພະຍານ.
ຂໍ້ຕົກລົງສະບັບໃໝ່ນີ້ ແມ່ນການປັບປຸງມາຈາກ FTA ເດີມໃນປີ 2010 ເຊິ່ງມຸ່ງເນັ້ນການຂະຫຍາຍການຮ່ວມມືທາງເສດຖະກິດໄປສູ່ ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ ແລະ ການເຊື່ອມໂຍງລະບົບຕ່ອງໂສ້ການສະໜອງ, ລວມທັງການສົ່ງເສີມ SMEs (ວິສາຫະກິດຂະໜາດນ້ອຍ ແລະ ກາງ) ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນໃນຍຸກອີຄອມເມີສ.
ສປ. ຈີນ ຍັງຄົງເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງອາຊຽນ ໂດຍມີມູນຄ່າການຄ້າລວມກວ່າ 771,000 ລ້ານໂດລາສະຫະລັດ. ນັກວິເຄາະລະບຸວ່າ ACFTA 3.0 ຈະຊ່ວຍເສີມສ້າງຄວາມໝັ້ນຄົງທາງເສດຖະກິດຂອງພາກພື້ນ ແລະ ເປັນກົນໄກຮັບມືຜົນກະທົບຈາກມາດຕະການພາສີຂອງສະຫະລັດອາເມລິກາ ພາຍໃຕ້ລັດຖະບານ ໂດນັນ ທຣຳ.
ສປ. ຈີນ ຢໍ້າວ່າ ຂໍ້ຕົກລົງນີ້ເປັນເຄື່ອງຢືນຢັນເຖິງ “ຄວາມມຸ່ງໝັ້ນຮ່ວມກັນຂອງທັງສອງຝ່າຍໃນການສະໜັບສະໜູນການຄ້າເສລີ ແລະ ການພັດທະນາຢ່າງຍືນຍົງ”.
