ກວດພົບ ແລະ ຢຶດ ເຣໂລອິນ 8 ກິໂລກຣາມ ໃນຊອງເຄື່ອງປຸງອາຫານ ຢູ່ສະໜາມບິນສາກົນວັດໄຕ

ກະຊວງການເງິນ ລາຍງານວ່າ: ວັນທີ 27 ຕຸລາ 2025 ເວລາ 11:30 ໂມງ, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ໄດ້ສົມທົບກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ ແລະ ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕ ອາຄານສາກົນ, ໄດ້ກວດກາ ກະເປົາເດີນທາງຂອງຄົນສັນຊາດປະ ໄຕ້ຫວັນ, ອາຍຸ 28 ປີ ເພດ, ຊາຍ 1 ຄົນທີ່ສົງໃສວ່າມີສານເສບຕິດ.
ຜ່ານການກວດກາ ພົບເຫັນຢາເສບຕິດປະເພດ ເຣໂລອິນ ນໍ້າໝັກລວມ 8 ກິໂລກຣາມທີ່ໄດ້ຊຸກເຊື່ອງໃສ່ໃນຊອງເຄື່ອງປຸງອາຫານ ຢູ່ກະເປົາເດີນທາງ ທີ່ຈະເດີນທາງອອກໄປໄຕ້ຫວັນ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີຈຶ່ງໄດ້ສືບສວນ-ສອບສວນເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກ ຢຶດຂອງກາງແລ້ວສົ່ງມອບຄະດີດັ່ງກ່າວຂອງກາງພ້ອມຜູ້ຖືກຫາມອບໃຫ້ເຈົ້າໜ້າທີ່ຕໍາຫລວດ ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ກະຊວງການເງິນ
