ຫວຽດນາມດຳເນີນຄະດີ ຊາຍໜຸ່ມລັກໝາກມີ້ 2 ໜ່ວຍ ມູນຄ່າ 387.000 ດົງ

ວັນທີ 27/10, ຕຳຫຼວດເມືອງ ໝີດຶກຕາ (Mỹ Đức Tây) ປະເທດຫວຽດນາມ ໄດ້ໃຫ້ຮູ້ວ່າ: ອົງການສືບສວນສອບສວນ ຕຳຫຼວດແຂວງດົ່ງທ້າບ (Đồng Tháp) ໄດ້ອອກຄຳສັ່ງດຳເນີນຄະດີຕໍ່ຜູ້ຖືກຫາ ທ້າວ ເລ ຮ່​ວາງ​ລອຍ (Lê Hoàng Lợi, ເກີດປີ 1991 ຢູ່ເມືອງ ໝີຖ້ຽນ (Mỹ Thiện), ແຂວງດົ່ງທ້າບ) ໃນຂໍ້ຫາ ລັກຊັບສິນ”.

ຕໍາຫລວດລາຍງານວ່າ ໃນວັນທີ 23 ຕຸລາ, ທ້າວ ລອຍ ຖືກພົບເຫັນ ວ່າໄດ້ຂົນເອົາໝາກມີ້ 2 ໜ່ວຍ ອອກໄປຈາກສວນຂອງທ້າວ ຫງວຽນ ວີ.ຮ. (ເຈົ້າຂອງສວນ), ຕໍ່ມາຖືກຈັບໄດ້ ແລະ ໄດ້ອ້ອນວອນໃຫ້ປ່ອຍຕົວ ແຕ່ຊາວບ້ານບໍ່ຍອມ ແລະ ແຈ້ງຕໍາຫລວດ, ແຕ່ທ້າວ ລອຍ ພະຍາຍາມໜີ ໂດຍຖິມລົດໄວ້ ພ້ອມຂອງກາງ ແຕ່ກໍຖືກຈັບໄດ້ໃນທີ່ສຸດ.

ຊາຍຄົນດັ່ງກ່າວຈຶ່ງໄດ້ຍອມຮັບສາລະພາບວ່າ ໄດ້ລັກໝາກມີ້ສອງໜ່ວຍແທ້ ເພື່ອທີ່ຈະເອົາໄປຂາຍແລ້ວເອົາເງິນມາໃຊ້າຈ່າຍ ເຊິ່ງມີມູນຄ່າ 387,000 ດົ່ງ. ຕຳຫລວດກ່າວວ່າ ທ້າວ ລອຍ ເຄີຍມີຄະດີອາຍາໃນຂໍ້ຫາລັກຊັບ ແລະ ຍັງບໍ່ທັນໄດ້ຖືກລຶບລ້າງປະຫວັດຄະດີອາຍາຂອງລາວເທື່ອ.