ຕໍາຫລວດຝຣັ່ງ ຈັບກຸມຜູ້ຕ້ອງສົງໄສໄດ້ຢ່າງໜ້ອຍ 2 ຄົນ ຄະດີປຸ້ນເຄື່ອງເພັດຈາກພິພິທະພັນລູຟວຣ໌

ຣອຍເຕີລາຍງານວັນທີ 27 ຕຸລາ 2025 ເຈົ້າໜ້າທີ່ຝຣັ່ງເປີດເຜີຍວ່າ: ຕຳຫລວດໄດ້ຈັບກຸມຜູ້ຕ້ອງສົງໄສຢ່າງໜ້ອຍ 2 ຄົນ ທີ່ເຊື່ອວ່າມີສ່ວນກ່ຽວຂ້ອງກັບການປຸ້ນເຄື່ອງປະດັບມູນຄ່າຫລາຍສິບລ້ານເອີໂຣ ຈາກພິພິທະພັນລູຟວຣ໌ (Louvre) ໃນນະຄອນຫລວງປາຣີ ເມື່ອອາທິດຜ່ານມາ.

ສຳນັກງານອົງການໄອຍະການ ນະຄອນຫລວງປາຣີ ລະບຸໃນຖະແຫລງການວ່າ: ຜູ້ຕ້ອງສົງໄສທັງສອງຖືກຈັບກຸມເມື່ອວັນເສົາທີ່ຜ່ານມາ (ວັນທີ 25 ຕຸລາ) ຫລັງຈາກການສືບສວນຢ່າງຕໍ່ເນື່ອງ ຕັ້ງແຕ່ມື້ເກີດເຫດ ເມື່ອວັນທີ 19 ຕຸລາ ທີ່ຜ່ານມາ, ເຊິ່ງກຸ່ມຄົນຮ້າຍໄດ້ໃສ່ຊຸດຄົນງານກໍ່ສ້າງ ເຂົ້າໄປໃນສ່ວນວາງສະແດງເຄື່ອງເພັດ “Galerie d’Apollon” ແລະ ໄດ້ຂະໂມຍເຄື່ອງປະດັບລາຊະວົງຝຣັ່ງ ມູນຄ່າປະມານ 88 ລ້ານເອີໂຣ.

ໄອຍະການລະບຸວ່າ: ຜູ້ຕ້ອງສົງໄສທັງສອງ ຖືກຄວບຄຸມຕົວເພື່ອສອບສວນ. ຂະນະນີ້ຍັງບໍ່ມີການເປີດເຜີຍຊື່ ຫລື ລາຍລະອຽດເພີ່ມເຕີມຂອງຜູ້ຕ້ອງຫາ. ສ່ວນການຄົ້ນຫາເຄື່ອງປະດັບທີ່ຖືກຂະໂມຍໄປຍັງຄົງດຳເນີນຢູ່.

ພິພິທະພັນລູຟວຣ໌ ເຊິ່ງເປັນພິພິທະພັນສິລະປະທີ່ມີຊື່ສຽງທີ່ສຸດໃນໂລກ ໄດ້ປິດບາງສ່ວນຂອງພື້ນທີ່ວາງສະແດງ ເພື່ອອຳນວຍຄວາມສະດວກໃນການສືບສວນ, ໂດຍເຈົ້າໜ້າທີ່ກ່າວວ່າ: ການຮັກສາຄວາມປອດໄພຈະຖືກທົບທວນຢ່າງລະອຽດເພື່ອປ້ອງກັນເຫດການຊ້ຳຮອຍ.