ໝໍໄຕ້ຫວັນຢືນຢັນແລ້ວ 6 ສານອັນຕະລາຍ ໃນຊີວິດປະຈຳວັນ ທີ່ເປັນສາເຫດພາໃຫ້ເກີດມະເຮັງ
ວັນທີ 27 ຕຸລາ 2025 – ນາຍແພດ ຫລີ່ ຊືສຽນ ແພດຈາກໄຕ້ຫວັນ ໄດ້ໂພສເຕືອນປະຊາຊົນເຖິງຄວາມສ່ຽງ “ໄພງຽບ” ດ້ານສຸຂະພາບ ທີ່ຢູ່ໃນຊີວິດປະຈຳວັນຂອງທຸກຄົນ, ໂດຍສະເພາະກຸ່ມສານເຄມີທີ່ໄດ້ຮັບການພິສູດແລ້ວວ່າເປັນ “ສານກໍ່ມະເຮັງ” ແລະ ຄວນຫລີກລ່ຽງເພື່ອຊ່ວຍຫລຸດໂອກາດການເກີດໂລກຮ້າຍແຮງ.
ໝໍຫລີ່ ໄດ້ຮວບຮວມສານກໍ່ມະເຮັງ 6 ຊະນິດ ທີ່ພົບເຫັນຕະຫລອດໃນອາຫານ ແລະ ສິ່ງແວດລ້ອມອ້ອມຕົວເຮົາ, ພ້ອມເນັ້ນຢ້ຳວ່າ ຫາກປັບປ່ຽນພຶດຕິກຳໄດ້ ກໍສາມາດຫລຸດຄວາມສ່ຽງໄດ້.
ສານກໍ່ມະເຮັງທີ່ຄວນລະວັງ:
1. ອະຟລາທັອກຊິນ (Aflatoxin) – ສານພິດຈາກທຳມະຊາດ, ພົບຫລາຍໃນຖົ່ວດິນ, ສາລີ ແລະ ຖົ່ວເປືອກແຂງ ທີ່ຊຸ່ມ ຫລື ໝົດອາຍຸ ເຊິ່ງເປັນສາເຫດຂອງ ມະເຮັງຕັບ.
2. ເບັນເຊນ (Benzene) – ພົບໄດ້ໃນຄວັນຢາສູບ, ອາຍເສຍລົດຍົນ, ສີທາເຮືອນ. ການສູບດົມເປັນເວລາດົນ ອາດທຳລາຍໄຂກະດູກ ແລະ ເພີ່ມຄວາມສ່ຽງ ມະເຮັງເມັດເລືອດຂາວ.
3. ຟໍມາລດີໄຮດ໌ (Formaldehyde) – ພົບໃນເຄື່ອງເຟີນິເຈີຕົກແຕ່ງໃໝ່, ກາວ, ຄວັນຢາສູບ. ມີຄວາມເຊື່ອມໂຍງກັບ ມະເຮັງໂຜ້ງດັງ ແລະ ມະເຮັງເມັດເລືອດຂາວ.
4. ໂພລີໄຊຄລິກ ອະໂຣມາຕິກ ໄຮໂດຄາບອນ (PAHs) – ເກີດຈາກການປີ້ງ-ຢ້າງ ຈົນໄໝ້ດຳ, ອາຫານອົບຄວັນ ແລະ ຄວັນທໍ່ອາຍເສຍ ສາມາດກໍ່ໃຫ້ເກີດ ມະເຮັງປອດ ແລະ ມະເຮັງຜິວໜັງ ໄດ້.
5. ອະຊີຕັລດີໄຮດ໌ (Acetaldehyde) – ເກີດຈາກການເຜົາຜານແອລກໍຮໍ ແລະ ພົບໃນຄວັນຢາສູບ ອາດເຮັດໃຫ້ເກີດ ມະເຮັງໂຜ້ງປາກ ແລະ ຫລອດອາຫານ ໂດຍສະເພາະສຳລັບຜູ້ທີ່ໜ້າແດງຫລັງດື່ມ.
6. ອະຄຣີລາໄມດ໌ (Acrylamide) – ພົບໃນອາຫານທອດ ເຊັ່ນ: ມັນຝະລັ່ງທອດ (French fries), ຄຸກກີ້, ກາເຟ, ເຂົ້າຈີ່ປີ້ງ ເມື່ອປຸງດ້ວຍຄວາມຮ້ອນສູງ ມີສ່ວນສໍາພັນກັບ ມະເຮັງໝາກໄຂ່ຫລັງ ແລະ ມະເຮັງເຍື່ອຫຸ້ມໂພງມົດລູກ.
ວິທີຫຼຸດຄວາມສ່ຽງ
- ຫລຸດ ການບໍລິໂພກອາຫານທອດຈືນ ທີ່ໃຊ້ຄວາມຮ້ອນສູງ ຫລື ສ່ວນທີ່ໄໝ້ດຳແລ້ວ.
- ຮັກສາ ສະພາບແວດລ້ອມໃຫ້ມີການລະບາຍອາກາດດີ, ຫລີກລ່ຽງຄວັນ ແລະ ອາຍເສຍຕ່າງໆ.
- ເກັບຮັກສາ ອາຫານໃຫ້ແຫ້ງ, ຫລີກລ່ຽງຖົ່ວ ຫລື ສາລີທີ່ມີເຊື້ອລາ.
ສະຫລຸບ: ສຸຂະພາບດີ ບໍ່ໄດ້ເກີດຂຶ້ນໃນຄືນດຽວ ແຕ່ການປ່ຽນແປງພຶດຕິກຳເລັກນ້ອຍໃນຊີວິດປະຈຳວັນຖືເປັນກ້າວສຳຄັນທີ່ຈະຊ່ວຍໃຫ້ເຮົາ “ຫ່າງໄກ” ຈາກຄວາມສ່ຽງໂລກມະເຮັງໄດ້.
