ປະທານປະເທດ ສົ່ງສານເສົ້າສະຫລົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ:

 ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.

ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫລວງ ເປັນຜູ້ທີ່ມີຈິດໃຈສູງສົ່ງ, ເມດຕາກະລຸນາ, ມີຄວາມປີຊາສາມາດ, ຕະຫລອດຊີວິດຂອງພະອົງ ໄດ້ອຸທິດ ເພື່ອຄວາມສະຫງົບສຸກ ແລະ ຄວາມຢູ່ດີກິນດີ ຂອງປວງຊົນຊາວໄທ. ພະອົງ ຍັງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະ ຫວ່າງ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ພັດທະນາ ແລະ ຈະເລີນງອກງາມດັ່ງໃນປັດຈຸບັນ. ການຈາກໄປຂອງ ພະອົງບໍ່ພຽງແຕ່ເປັນການສູນເສຍ “ແມ່ຜູ້ຍິ່ງໃຫຍ່” ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນສັກກາລະ ຂອງປວງຊົນຊາວໄທທັງຊາດເທົ່ານັ້ນແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະຊາຊົນລາວ ອີກດ້ວຍ.

ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະບາດສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມດ້ວຍປະຊາຊົນຊາວໄທທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ຈົງໄປສູ່ສຸຄະຕິດ້ວຍເຖີດ. ດ້ວຍຄວາມນັບຖືຢ່າງສູງ.

ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ:

ກົມສົມເດັດພະເທບ, ຂ້າພະເຈົ້າ ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫລວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.

ສົມເດັດພະນາງເຈົ້າສິຣິກິດ ເປັນພະມານດາ ທີ່ເຄົາລົບຮັກ ແລະ ເທີດທູນ ຂອງ ພະບໍລົມວົງສານຸວົງທຸກພະອົງ ແລະ ເປັນແມ່ຜູ້ຍິ່ງໃຫຍ່ ຂອງປວງຊົນຊາວໄທທັງຊາດ, ຕະຫລອດຊີວິດ ຂອງພະອົງ ໄດ້ອຸທິດຕົນໃນການຊ່ວຍພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ຈັດຕັ້ງປະຕິບັດໂຄງການພະລາຊະດໍາລິຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນໄທ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ພັດທະນາປະເທດໄທໃຫ້ຈະເລີນຮຸ່ງເຮືອງ. ການຈາກໄປຂອງ ພະອົງ ເປັນການສູນເສຍອັນໃຫຍ່ຫລວງ ແລະ ບໍ່ມີສິ່ງໃດທົດແທນໄດ້ສໍາລັບປວງຊົນຊາວໄທ ແລະ ຍັງເປັນການສູນເສຍຍາດມິດທີ່ສຳຄັນຂອງປະຊາຊົນລາວ ຜູ້ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນຕະຫລອດ 75 ປີ ຜ່ານມາ.

ຕາງໜ້າປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ກົມສົມເດັດພະເທບ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມດ້ວຍປະຊາຊົນຊາວໄທທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫລວງ ຈົງໄປສູ່ສຸຄະຕິດ້ວຍເຖີດ.

ໃນຂະນະດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງສານສະ ແດງຄວາມເສົ້າສະຫລົດໃຈ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.