ທ່ານ ທຣໍາ ຢ້ຽມຢາມຍີ່ປຸ່ນຕໍ່ ພົບນາຍົກລັດຖະມົນຕີຄົນໃໝ່ ຄາດເຈລະຈາບັນຫາຄວາມໝັ້ນຄົງ-ແຜນລົງທຶນໃນອາເມລິກາ 5.5 ແສນລ້ານໂດລາ

            ທ່ານ ໂດນັລ ທຣໍາ ຜູ້ນໍາອາເມລິກາ ເດີນທາງຢ້ຽມຢາມຍີ່ປຸ່ນເປັນເວລາ 3 ວັນ ພາຍຫລັງເດີນທາງອອກຈາກມາເລເຊຍ ກຽມພົບກັບທ່ານ ນາງ ຊານາເອະ ທາຄາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ ໂດຍຄາດວ່າ ຫາລືເລື່ອງຄວາມໝັ້ນຄົງ, ການປ້ອງກັນປະເທດ ແລະ ການຄ້າເປັນບັນຫາໃຫຍ່.

            ທັງນີ້, ທ່ານ ທຣໍາ ເດີນທາງອອກຈາກມາເລເຊຍໃນເຊົ້າວັນທີ 27 ຕຸລາ ພາຍຫລັງສໍາເລັດພາລະກິດສໍາຄັນຢ່າງເປັນທາງການໃນການເປັນສັກຂີພະຍານການລົງນາມຖະແຫລງຜົນການຫາລື ໄທ-ກໍາປູເຈຍ, ການລົງນາມຂໍ້ຕົກລົງການຄ້າແຮ່ຫາຍາກ (Rare Earth) ກັບໄທ ແລະ ມາເລເຊຍ ລວມທັງການເຈລະຈາກັບທ່ານ ລູລາ ດາ ຊິວວາ (Lula da Silva) ປະທານາທິບໍດີເບຣຊິນ ເພື່ອຫລຸດຄວາມເຄັ່ງຕຶງຈາກການຜະເຊີນໜ້າໃນບັນຫາພາສີນໍາເຂົ້າຂອງອາເມລິກາ.

               ຕາມກໍານົດເບື້ອງຕົ້ນ, ທ່ານ ທຣໍາ ຈະຢ້ຽມຢາມຍີ່ປຸ່ນເປັນເວລາ 3 ວັນ ນັບແຕ່ວັນທີ 27-29 ຕຸລານີ້ ໂດຍຈະພົບທ່ານ ນາງ ຄາອິຈິ ແລະ ຈັກກະພັດດິນາຣູຮິໂຕະ (Naruhito) ລວມທັງຢ້ຽມຢາມຖານທັບອາເມລິກາໃນເມືອງໂຢໂກສຸກະ (Yokosuka)D

              ສໍາລັບບັນຫາທີ່ຄາດວ່າຈະເປັນບັນຫາສໍາຄັນໃນການເຈລະຈາ ຄືຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ ໂດຍໄລຍະຜ່ານມາ ນາງ ທາຄາອິຈິ ໄດ້ໂອ້ລົມທາງໂທລະສັບກັບທ່ານ ທຣໍາ ວ່າ: ການສົ່ງເສີມການພົວພັນ ຍີ່ປຸ່ນ-ອາເມລິກາ ເປັນສິ່ງທີ່ນາງໃຫ້ຄວາມສໍາຄັນໃນລໍາດັບຕົ້ນໆ ໂດຍເນັ້ນວ່າ: ອາເມລິກາເປັນພັນທະມິດທີ່ “ຂາດບໍ່ໄດ້” ສໍາລັບຍີ່ປຸ່ນ.

              ມີການວິເຄາະວ່າ: ກົນລະຍຸດດັ່ງກ່າວຂອງນາງ ທາຄາອິຈິ ເປັນການຖ່ວງດຸນອໍານາດຈີນ ໂດຍຫລ້າສຸດໃນກອງປະຊຸມ ASEAN Summit 2025 ຜູ້ນໍາຍີ່ປຸ່ນຍັງເນັ້ນວ່າ: ຍີ່ປຸ່ນ ແລະ ອາຊຽນ ສາມາດ “ເຮັດຫຍັງໄດ້ຫລາຍກວ່ານີ້” ເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ເຊິ່ງຫລາຍຝ່າຍເບິ່ງວ່າ: ນາງກໍາລັງໝາຍເຖິງຂໍ້ຂັດແຍ່ງໃນທະເລຈີນໃຕ້ ທີ່ສະມາຊິກອາຊຽນຫລາຍປະເທດເປັນຄູ່ກໍລະນີກັບຈີນ.

               ຂະນະທີ່ບັນຫາການຄ້າຄາດວ່າ ຈະເປັນກໍລະນີຍີ່ປຸ່ນຕອບຮັບຂໍ້ສະເໜີຂອງທ່ານ ທຣໍາ ໂດຍຈະລົງທຶນໃນໂຄງການຂອງອາເມລິກາ 5.5 ແສນລ້ານໂດລາ, ເພີ່ມຄ່າໃຊ້ຈ່າຍມາດຕະການທາງທະຫານ ແລະ ນໍາເຂົ້າສິນຄ້າຈາກອາເມລິກາເຊັ່ນ: ລົດ, ຖົ່ວເຫລືອງ ແລະ ແກັສ ເພື່ອແລກປ່ຽນກັບມາດຕະການຫລຸດຜ່ອນພາສີນໍາເຂົ້າ ເຊິ່ງຖືກເບິ່ງວ່າ ເປັນຄວາມທ້າທາຍຂອງນາງ ທາຄາອິຈິ ທີ່ຕ້ອງແກ້ໄຂໃຫ້ໄດ້ ທ່າມກາງບັນຫາທາງເສດຖະກິດຂອງປະເທດ.

                ທ່ານ ທຣໍາ ຈະຢ້ຽມຢາມ ສ.ເກົາຫລີ ເປັນປະເທດສຸດທ້າຍໃນການຢ້ຽມຢາມອາຊີຄັ້ງນີ້ ເຊິ່ງຢູ່ນອກຮອບກອງປະຊຸມ APEC 2025 ໂດຍຈະພົບກັບທ່ານ ສີຈິ້ນຜິງ ຜູ້ນໍາຈີນ ໃນວັນທີ 30 ຕຸລານີ້ ທ່າມກາງກະແສຄາດເດົາວ່າ: ທ່ານມີໂອກາດພົບກັບທ່ານ ກິມຈອງອຸນ ຜູ້ນໍາ ສປປ ເກົາຫລີ.

ອ້າງອີງ:

https://www.nytimes.com/2025/10/26/business/japan-investment-trump-tariffs.html