ຂໍໃຫ້ຖອດຖອນບົດຮຽນ ຈາກບຸນຊ່ວງເຮືອ ເພື່ອນຳມາແກ້ໄຂໃນບຸນທາດຫຼວງ ຢ່າໃຫ້ເປັນກົດລະບຽບລ້າ

ໂດຍ: ຜາຕຸງ

ຕາມຮີດ 12 ຂອງຄົນລາວຊາວພຸດທະສາສະນິກະຊົນແລ້ວ ອອກຈາກ ບຸນອອກພັນສາປະວໍຣະນາໃນເດືອນ 11 ເພັງແລ້ວ ກ້າວເຂົ້າສູ່ເດືອນ 12 ເພັງ ກໍແມ່ນບຸນນະມັດສະການ ພຣະທາດຫຼວງວຽງຈັນ ຊຶ່ງເປັນຮີດສຸດທ້າຍຕາມຈັນທະຄະຕິລາວທີ່ເຄີຍປະຕິບັດສືບທອດກັນມາໃນຮອບ 12ເດືອນບໍ່ໄດ້ຂາດ ແລະ ບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້ຈະເລີ່ມແຕ່ ວັນທີ 1-5 ພະຈິກ 2025 ເປັນເວລາ5 ມື້ 5 ຄືນ, ແນ່ນອນວ່າໃນຕະຫຼອດໄລຍະ 5ວັນ/ຄືນນີ້ ກໍມີກິດຈະກຳການຄົບງັນຫຼາຍຢ່າງ ຕາມປະເພນີ ສິ່ງທີ່ຂາດບໍ່ໄດ້ແມ່ນອາຫານພື້ນເມືອງ, ເຂົ້າຫຼາມ, ປີ້ງໄກ່ ການວາງສະແດງຂາຍສິນຄ້າຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ສິນຄ້າໂອດ໊ອບ ການຄົບງັນມ່ວນຊື່ນລື່ນເລີງຕ່າງໆຢ່າງຫຼວງຫຼາຍຕາມສະພາບເງື່ອນໄຂຕົວຈິງ.

ກ່ອນຈະຮອດປາງບຸນແຕ່ລະປີນັ້ນແມ່ນຜ່ານຈາກ ບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອຢູ່ທ່າວັດຈັນກ່ອນ ຈາກບຸນຊ່ວງເຮືອນີ້ແລ້ວຈຶ່ງມີຫຼາຍສິ່ງຫຼາຍຢ່າງໃຫ້ໄດ້ຖອດຖອນເປັນບົດຮຽນໃຫ້ບຸນ ພຣະທາດຫຼວງ ໜຶ່ງໃນຫຼາຍໆສິ່ງຢ່າງທີ່ຖອດຖອນໄດ້ແມ່ນມາຈາກຫາງສຽງຈົ່ມວ່າຂອງສັງຄົມ ກ່ຽວກັບເລື່ອງການເຊົ່າພື້ນທີ່ຂາຍເຄື່ອງສິນຄ້າໃນງານບຸນວ່າ ແພງຫຼາຍ ຕາແມັດໜຶ່ງກໍຕົກຫຼາຍລ້ານກີບແລ້ວ,ທັງໆທີ່ວ່າ ທີ່ດິນນັ້ນກໍແມ່ນກຳມະສິດຂອງລັດຄຸ້ມຄອງ ນີ້ອາດຈະເຮັດໃຫ້ການຈຳໜ່າຍສິນ ຄ້າປະ ເພດຕ່າງໆມີລາຄາສູງຂຶ້ນໄປນຳປານເງົາຕາມຕົວເອົາໂລດ, ລວມທັງຄ່າຝາກລົດກໍຢ້ານອາດຈະເປັນຊຳເຮື້ອມາຈາກບຸນຊ່ວງເຮືອທີ່ຫາກໍຜ່ານພົ້ນໄປນັ້ນກໍເປັນໄປໄດ້ ນັ້ນແມ່ນການເກັບຄ່າຝາກລົດທີ່ບໍ່ກົງກັບປ້າຍແຈ້ງລາຄາ, ຊຶ່ງອີງຕາມແຈ້ງການສະບັບເລກທີ 593/ຈນວ, ລົງວັນທີ 9 ຕຸລາ 2025 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບການກຳນົດ ລາຄາຄ່າຝາກລົດ ໃຫ້ຜູ້ມອບເໝົາ ຫຼື ປະມູນເກັບຄ່າບໍລິການ ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ໃນລະຫວ່າງວັນທີ 1-5 ພະຈິກ 2025 ນີ້ ມີຄື: ຄ່າຝາກລົດໃຫຍ່ແມ່ນ 30,000 ກີບ/ຄັນ/ຄັ້ງ, ຄ່າຝາກລົດຕຸກໆ 15,000 ກີບ/ຄັນ/ຄັ້ງ. ແລະ ຄ່າຝາກລົດຈັກ 10,000 ກີບ/ຄັນ/ຄັ້ງ.

ຢ່າງໃດກໍດີ ການເຊົ່າພື້ນທີ່, ການເກັບຄ່າຝາກລົດ ແມ່ນບັນຫາທີ່ພວກເຮົາເຄີຍປະສົບພົບພໍ້ມາເປັນປະຈຳໃນແຕ່ລະປີ, ຈົນກາຍເປັນຊຳເຮື້ອແກ້ໄຂບໍ່ຕົກ ບັນຫານີ້ຈະຖິ້ມໂທດໂກດໃຜກໍບໍ່ໄດ້ ໃນເມື່ອມີການສຳປະທານມີການລົງທຶນກໍຕ້ອງມີກຳໄລ ແຕ່ໃນຂະນະດຽວກັນ ການບັງຄັບໃຊ້ ກົດລະບຽບຂໍ້ທີ່ວາງອອກມານັ້ນ ພັດປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ຍັງເປີດຊ່ອງຫວ່າງໃຫ້ຜູ້ສຳປະທານຮ້ອງເອົາກຳໄລຈົນເກີນຄວນ,  ຄະນະກຳມະການຜູ້ຮັບຜິດຊອບຈັດງານນັ້ນໆກໍເຮັດໜ້າທີ່ໃນການຄຸ້ມຄອງຂອງຕົນຢ່າງຈິງຈັງ ຈຶ່ງເກີດປະກົດການແນວນີ້ຂຶ້ນເລື້ອຍໆ ໃນທີ່ສຸດ ລະບຽບຂໍ້ກຳນົດ ລາຍເຊັນປະທັບຕາຂອງຜູ້ອອກຂໍ້ກຳນົດນັ້ນກໍບໍ່ມີຄວາມສັກສິດໃດໆ ແລະ ກາຍເປັນສຽງຈົ່ມສຽງວ່າຂອງສັງຄົມໃນແຕ່ລະປີ, ນີ້ເຖິງເວລາເລີ່ມຕົ້ນປະຕິບັດໃຫ້ສັກສິດໄດ້ແລ້ວ.