ປະກາດຜົນງານ ແລະ ນັກຂຽນຊີໄຣ ປະຈຳ 2024-2025

ວັນທີ 22 ຕຸລາ 2025 ຜ່ານມາ ສະມາຄົມນັກປະພັນ ປະກາດຜົນງານການປະກວດລາງວັນນັກຂຽນ ຍອດຢ້ຽມ ອາຊຽນ ຫລື ຊີໄຣ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຜົນການຕັດສິນລາງວັນ ຊີໄຣ ປະຈຳປີ 2024 ນະວະນິຍາຍ ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1 ທີ່ມີຊື່ວ່າ: “ດອກໄມ້ໃນຄາບລະເບີດ” ຂຽນໂດຍ ທ່ານ ປັນຍາ ພັນທະພານິດ. ບົດກະວີ ຊີໄຣ ປະຈຳປີ 2024 ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1   “ແພພັນລາຍ ຈາກປາຍມືແມ່” ຂຽນໂດຍ ທ່ານ ບຸນທະວີ ກົມພະພັນ.

ສ່ວນລາງວັນວັນນະກຳແມ່ນ້ຳຂອງ ປະຈຳປີ 2022, ນະວະນິຍາຍ ທີ່ມີຊື່ວ່າ: “ໂທລະໂຄ່ງ” ຂຽນໂດຍ ທ່ານ ປະສົງ ວົງຄຳຈັນ; ບົດກະວີ ທີ່ມີຊື່ວ່າ: “ຖອດຄຳສອນຂອງປູ່” ຂຽນໂດຍທ່ານ ສຸລິ ເດດວົງພັນ ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1, ບົດກະວີ ສະບັບນີ້, ມີທັງໝົດ 128 ໜ້າ, ຈັດພິມໃນປີ 2025.

ບັນດາບົດກະວີ ແລະ ນະວະນິຍາຍ ທີ່ໄດ້ຮັບລາງວັນດັ່ງກ່າວ, ລ້ວນແລ້ວແຕ່ມີເນື້ອໃນທີ່ໂດດເດັ່ນ, ເປັນເອກະລັກ, ມີສິລະປະການແຕ່ງສູງ, ມີຄຸນຄ່າວັນນະກຳ, ຄຳສັບສຳນວນພາສາ ເຂົ້າໃຈງ່າຍ, ກະທັດຮັດ. ພ້ອມນີ້, ຜູ້ປະດີດແຕ່ງກໍ່ເປັນບຸກຄົນທີ່ມີຜົນງານ ແລະ ມີບົດບາດການເຄື່ອນໄຫວໃນການ ຈັດຕັ້ງ ແລະ ສັງຄົມ ເປັນຢ່າງດີ.