ສື່ມາເລເຊຍອອກຖະແຫລງການຂໍໂທດ ພາຍຫລັງເອີ້ນຊື່ຜູ້ນໍາໄທ, ສິງກະໂປ, ອິນໂດເນເຊຍ ຜິດກາງກອງປະຊຸມ ASEAN Summit 2025

            ສະຖານີວິທະຍຸກະຈາຍສຽງມາເລເຊຍ (RTM) ອອກຖະແຫລງການຂໍໂທດ ພາຍຫລັງເອີ້ນຊື່ຜູ້ນໍາສິງກະໂປ, ອິນໂດເນເຊຍ ແລະ ໄທ ໃນ ASEAN Summit 2025 ຜິດ, ພ້ອມຈະເພີ່ມການກວດສອບຂໍ້ມູນຢ່າງຖີ່ຖ້ວນໃຫ້ດີຂຶ້ນ.

                   ກາຍເປັນກະແສໃນໂລກອອນລາຍ ສໍາລັບກອງປະຊຸມ ASEAN Summit 2025 ຫລັງ RTM ລະບຸຊື່ຜູ້ນໍາອາຊຽນທີ່ເຂົ້າຮ່ວມກອງປະຊຸມຜິດ ໂດຍເອີ້ນທ່ານ ອານຸທິນ ຊານວີລະກຸນ ນາຍົກລັດຖະມົນຕີໄທວ່າ: ທ່ານ ເສດຖາ ທະວີສິນ. ຂະນະທີ່ເອີ້ນທ່ານ ລໍເຣນ ຫວ່ອງ ຜູ້ນໍາສິງກະໂປວ່າ: ທ່ານ ລີຊຽນລຸງ ແລະ ເອີ້ນທ່ານ ປຣາໂວໂບ ຊູບຽນໂຕນ ປະທານາທິບໍດີມາເລເຊຍ ເປັນທ່ານ ໂຈໂກ ວິໂດໂດ ເຊິ່ງເປັນຊື່ຂອງອະດີດຜູ້ນໍາປະເທດທັງໝົດ.

                 ທັງນີ້, RTM ອອກຖະແຫລງການວ່າ: ການເອີ້ນຊື່ຜູ້ນໍາຜິດຖືເປັນເລື່ອງຮ້າຍແຮງສໍາລັບສື່ມວນຊົນ ແລະ ໄດ້ມີການດໍາເນີນມາດຕະການຢ່າງເໝາະສົມ, ພ້ອມຂໍໂທດຜູ້ນໍາແຕ່ລະປະເທດ ແລະ ເນັ້ນວ່າ: ກອງບັນນາທິການຈະກວດສອບຂໍ້ມູນຄວາມຈິງຢ່າງເຂັ້ມງວດ ແລະ ສົມບູນ.

                  “RTM ຈະເພີ່ມການກວດສອບເນື້ອໃນ ແລະ ຂໍ້ມູນເພື່ອໃຫ້ໝັ້ນໃຈໄດ້ວ່າ ຂໍ້ມູນທີ່ຖືກຖ່າຍທອດອອກໄປແນ່ນອນ ແລະ ສົມບູນ”.

ອ້າງອີງ: