ແຕ່ງຕັ້ງ ທ່ານ ນາງ ມະໄລຄໍາ ສຸນາພັນເປັນປະທານສານປະຊາຊົນ ນະຄອນຫຼວງວຽງຈັນ
October 27, 2025 - 10:57 AM

ວັນທີ 22 ຕຸລາ 2025, ສານປະຊາຊົນ ນະຄອນຫລວງວຽງຈັນ (ນວ) ປະກາດການຈັດຕັ້ງພະນັກງານຂຶ້ນທີ່ສານປະຊາຊົນ(ສູງສຸດສປສສ), ໂດຍການເປັນປະທານ ຂອງທ່ານ ປອ ອານົງ ຍອຍສາຍຄໍາ ຮອງປະທານ ສປສສ, ມີປະທານ-ຮອງປະທານສານແຂວງ ແລະເຂດ, ພ້ອມດ້ວຍຫົວໜ້າຄະນະສານ, ຜູ້ພິພາກສາ ແລະ ພະນັກງານກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ນາງ ວິໄລວັນ ຈັນທະມາລີ ຮອງຫົວໜ້າກົມຈັດ ຕັ້ງ-ພະນັກງານ ສປສສ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ສານປະຊາຊົນທ້ອງຖິ່ນ ແຕ່ງຕັ້ງ ທ່ານ ນາງ ມະໄລຄໍາ ສຸນາພັນ ຜູ້ພິພາກສາ ຊັ້ນສີ່ ຮັກສາການປະທານສານປະຊາຊົນ ນະຄອນ ຫຼວງວຽງຈັນ ເປັນປະທານສານປະຊາຊົນ ນະຄອນຫຼວງວຽງຈັນ ແລະ ແຕ່ງຕັ້ງ ທ່ານ ພູສາຄອນ ເມືອງວົງ ຜູ້ພິພາກສາ ຊັ້ນສອງ ຫົວໜ້າຄະນະສານແພ່ງ ຂອງສານປະຊາຊົນ ເຂດ I ນະຄອນຫຼວງວຽງຈັນ ເປັນ ຮອງປະທານສານປະຊາຊົນ ເຂດ I ນະຄອນຫຼວງວຽງຈັນ.
ທີ່ມາ: ສານປະຊາຊົນສູງສຸດແຫ່ງ ສປປລາວ

