ໄທ-ກໍາປູເຈຍ ເຊັນສັນຍາປະລິນຍາສັນຕິພາບ ໂດຍທ່ານ ທຣໍາ ຮ່ວມເປັນສັກຂີພະຍານ
October 27, 2025 - 11:04 AM
ວັນທີ 26 ຕຸລາ, ເວລາ 13:00 ໂມງ ຕາມເວລາທ້ອງຖິ່ນ ຢູ່ນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ, ທ່ານ ອານຸທິນ ຊານວີລະກຸນ ນາຍົກລັດຖະມົນຕີໄທ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີກໍາປູເຈຍ ຮ່ວມລົງນາມຖະແຫລງຜົນການພົບປະຫາລືລະຫວ່າງນາຍົກລັດຖະມົນຕີໄທ ແລະ ນາຍົກລັດຖະມົນຕີກໍາປູເຈຍ ເພື່ອຫາແນວທາງການເຈລະຈາ ແລະ ປະຕິບັດ ທີ່ຈະນໍາໄປສູ່ສັນຕິພາບ ທັງ 2 ປະເທດ.
ທັງນີ້, ມີທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໃນຖານະປະທານອາຊຽນ ຮ່ວມເປັນສັກຂີພະຍານ.
