ຜູ້ນຳອາຊຽນ ປຶກສາຫາລືແຜນຍຸດທະສາດສ້າງປະຊາຄົມທີ່ເຂັ້ມແຂງ ໃນກອງປະຊຸມສຸດຍອດ ຄັ້ງທີ 47 ທີ່ ກົວລາລຳເປີ

ວັນທີ 26 ຕຸລາ 2025 ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ສູນປະຊຸມສູນການປະຊຸມນາໆຊາດ ກົວລາລຳເປີ (KLCC) ໂດຍການເປັນປະທານຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ, ມີບັນດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ ລວມທັງເລຂາທິການອາຊຽນ ແລະ ແຂກພິເສດຈາກພາຄີພາຍນອກເຊັ່ນ: ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີ ສະຫະລາຊະອານາຈັກ, ປະທານສະພາເອີຣົບ ແລະ ຜູ້ອຳນວຍການ ກອງທຶນການເງິນສາກົນ (IMF).

ໃນໂອກາດສຳຄັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມພິທີເປີດກອງປະຊຸມແບບເຕັມຄະນະ (Plenary), ເຊິ່ງເປັນເວທີໃຫ້ບັນດາຜູ້ນຳ ວາງແນວທາງຮ່ວມກັນໃນການສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ ແລະ ມີການພົວພັນຢ່າງສ້າງສັນກັບພາຄີພາຍນອກ ບົນພື້ນຖານຂອງການເປັນໃຈກາງຂອງອາຊຽນ (ASEAN Centrality) ແລະ ຜົນປະໂຫຍດຂອງປະຊາຊົນໃນພາກພື້ນ.

ກອງປະຊຸມໄດ້ສະແດງຄວາມຍິນດີຕ້ອນຮັບ ຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ, ເຊິ່ງເປັນການເພີ່ມຈຳນວນປະເທດສະມາຊິກເປັນ 11 ປະເທດ.

ບັນດາຜູ້ນຳໄດ້ຢືນຢັນຄືນໃໝ່ເຖິງຄວາມສຳຄັນຂອງອາຊຽນ ແລະ ໄດ້ຮ່ວມກັນຂັບເຄື່ອນ 3 ແນວທາງສຳຄັນ ເພື່ອຜົນປະໂຫຍດຂອງປະຊາຊົນ:

  1. ການສ້າງປະຊາຄົມທີ່ໝັ້ນຄົງປອດໄພ: ຮັບມືກັບໄພຄຸກຄາມຂ້າມຊາດໃໝ່ໆ ເຊັ່ນ: ອາດຊະຍາກຳທາງໄຊເບີ, ການຫລອກລວງອອນລາຍ ແລະ ການຄ້າມະນຸດ. ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສູນອາຊຽນຕ່າງໆ ໂດຍສະເພາະ ສູນອາຊຽນດ້ານພາວະສຸກເສີນທາງສາທາລະນະສຸກ ແລະ ພະຍາດລະບາດເກີດໃໝ່ (ACPHEED) ເພື່ອຮັບມືກັບໄພພິບັດທຳມະຊາດ ແລະ ພະຍາດລະບາດ.
  2. ການພັດທະນາເສດຖະກິດທີ່ຮອບດ້ານ ແລະ ຍືນຍົງ: ເລັ່ງລັດການເຊື່ອມໂຍງທາງເສດຖະກິດ ແລະໃຊ້ປະໂຫຍດຈາກລະບົບດິຈິຕອລ. ຜູ້ນຳອາຊຽນໄດ້ສະແດງຄວາມຍິນດີຕໍ່ການລົງນາມໃນ ຂໍ້ຕົກລົງການຄ້າສິນຄ້າອາຊຽນ (ATIGA) ສະບັບປັບປຸງ ແລະ ຂໍ້ຕົກລົງການຄ້າເສລີອາຊຽນ-ຈີນ ສະບັບທີ 3 ແລະ ຄາດຫວັງວ່າຈະສາມາດລົງນາມໃນ ຂອບຂໍ້ຕົກລົງເສດຖະກິດດິຈິຕອລອາຊຽນ (DEFA) ໃນປີໜ້າ. ພ້ອມທັງສົ່ງເສີມການລົງທຶນໃນພະລັງງານສະອາດ ແລະ ໂຄງຂ່າຍໄຟຟ້າອາຊຽນ (ASEAN Power Grid).
  3. ການເສີມສ້າງສັນຕິພາບ ແລະ ສະຖຽນລະພາບ: ຍຶດໝັ້ນລະບົບທີ່ຕັ້ງຢູ່ເທິງກົດລະບຽບ ເພື່ອຮັກສາສະຖຽນລະພາບໃນພາກພື້ນ. ສົ່ງເສີມການພົວພັນຢ່າງສ້າງສັນກັບພາກີພາຍນອກ ພາຍໃຕ້ ທັດສະນະຂອງອາຊຽນຕໍ່ອິນໂດ – ປາຊີຟິກ (AOIP) ເພື່ອເພີ່ມໂອກາດທາງເສດຖະກິດ ແລະ ສົ່ງເສີມບົດບາດຂອງອາຊຽນໃນເວທີໂລກ.

ໃນຕອນທ້າຍຂອງກອງປະຊຸມເຕັມຄະນະ, ບັນດາຜູ້ນຳອາຊຽນໄດ້ຮ່ວມກັນຮັບຮອງເອົາ ເອກະສານການປະຊຸມສຸດຍອດອາຊຽນ ຈຳນວນ 16 ສະບັບ ແລະ ມາເລເຊຍ ໃນຖານະປະທານກອງປະຊຸມ ໄດ້ອອກ ຖະແຫລງການຂອງປະທານການປະຊຸມສຸດຍອດອາຊຽນ ຄັ້ງທີ 47 ຈຳນວນ 1 ສະບັບ. ຜູ້ນຳອາຊຽນຍັງໄດ້ຮ່ວມກັນເປັນສັກຂີພະຍານໃນພິທີມອບ-ຮັບສານແກ້ໄຂຂໍ້ຕົກລົງການຄ້າສິນຄ້າຂອງອາຊຽນ (ATIGA) ສະບັບທີ 2 ນຳອີກ.