ຮັບເອົາ ຕີມໍ ເລສເຕ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ

ວັນທີ 26 ຕຸລາ 2025 ຕີມໍ-ເລສເຕ (Timor-Leste) ໄດ້ເຂົ້າເປັນພາຄີສະມາຊິກຂອງອາຊຽນຢ່າງເປັນທາງການໃນວັນທີ 26 ຕຸລາ 2025 ໃນຖານະສະມາຊິກລຳດັບທີ 11 ຂອງກຸ່ມ ໂດຍໄດ້ມີການລົງນາມໃນຖະແຫລງການວ່າດ້ວຍການຮັບຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນ ໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ກົວລາລຳເປີ, ປະເທດມາເລເຊຍ.

ການເຂົ້າຮ່ວມເປັນສະມາຊິກຄັ້ງນີ້ ເປັນການຂະຫຍາຍຕົວຄັ້ງທຳອິດຂອງອາຊຽນໃນຮອບ 26 ປີ ນັບຕັ້ງແຕ່ກຳປູເຈຍເຂົ້າຮ່ວມໃນປີ 1999, ເຊິ່ງເຮັດໃຫ້ອົງການດັ່ງກ່າວຄວບຄຸມບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ຄົບຖ້ວນທາງດ້ານພູມສາດ.

ບັນດາຜູ້ນຳທີ່ຮ່ວມລົງນາມໃນເອກະສານປະຫວັດສາດຄັ້ງນີ້ ປະກອບມີ ນາຍົກລັດຖະມົນຕີມາເລເຊຍ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີໄທ ທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີສິງກະໂປ ລໍເຣນສ໌ ຫວ່ອງ, ນາຍົກລັດຖະມົນຕີກຳປູເຈຍ ຮຸນ ມາເນດ, ນາຍົກລັດຖະມົນຕີລາວ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີຫວຽດນາມ ຟ້າມ ມິງ ຈິງ, ປະທານາທິບໍດີອິນໂດເນເຊຍ ປຣາໂບໂວ ຊູບຽນໂຕ, ປະທານາທິບໍດີຟີລິບປິນ ເຟີດີນັນ ມາຣ໌ກອສ ຈູເນຍ ແລະ ສະເດັດພະຣາຊາທິບໍດີແຫ່ງບຣູໄນ ສຸລຕານຮັສຊານັນ ໂບລເກຍ ໂດຍມີ ທ່ານ ເຄຍ໌ ຣາລາ ຊານານາ ກຸສມາວ ນາຍົກລັດຖະມົນຕີຕີມໍ-ເລສເຕ ເປັນຕົວແທນປະເທດ.

ການລົງນາມດັ່ງກ່າວເກີດຂຶ້ນຫລັງຈາກທີ່ ຕີມໍ-ເລສເຕ ໄດ້ຍື່ນ ເອກະສານພາກຍານຸວັດສານ (Instruments of Accession) ຕໍ່ກົດບັດອາຊຽນ ແລະ ສົນທິສັນຍາເຂດປອດອາວຸດນິວເຄຼຍໃນອາຊີຕາເວັນອອກສຽງໃຕ້ (SEANWFZ) ໃນວັນທີ 25 ຕຸລາ ຜ່ານມາ ເຊິ່ງເປັນຂັ້ນຕອນທາງກົດໝາຍສຸດທ້າຍໃນການເປັນສະມາຊິກອາຊຽນສົມບູນ.

ຕີມໍ-ເລສເຕ ເປັນປະເທດທີ່ເກີດໃໝ່ທີ່ສຸດໃນພາກພື້ນນີ້ ໂດຍໄດ້ຮັບເອກະລາດໃນວັນທີ 20 ພຶດສະພາ 2002 ແລະ ໄດ້ຍື່ນຄຳຮ້ອງຂໍເຂົ້າຮ່ວມອາຊຽນຢ່າງເປັນທາງການຕັ້ງແຕ່ປີ 2011 ຫຼື ກວ່າໜຶ່ງທົດສະວັດທີ່ຜ່ານມາ.

ຄວາມຄືບໜ້າຄັ້ງສຳຄັນເກີດຂຶ້ນໃນປີ 2022 ໃນກອງປະຊຸມສຸດຍອດອາຊຽນທີ່ພະນົມເປັນ ເຊິ່ງຜູ້ນຳອາຊຽນໄດ້ມີມະຕິເຫັນດີໃນຫຼັກການຮັບຕີມໍ-ເລສເຕ ເປັນສະມາຊິກລຳດັບທີ 11 ແລະ ໃຫ້ສະຖານະຜູ້ສັງເກດການໃນການເຂົ້າຮ່ວມກອງປະຊຸມຕ່າງໆ ຂອງອາຊຽນ ລວມທັງກອງປະຊຸມສຸດຍອດ.

ຕໍ່ມາໃນກອງປະຊຸມສຸດຍອດອາຊຽນ ປີ 2025 ທີ່ອິນໂດເນເຊຍ ຜູ້ນຳໄດ້ໃຫ້ການຮັບຮອງແຜນງານສູ່ການເປັນສະມາຊິກສົມບູນຂອງຕີມໍ-ເລສເຕ ເຊິ່ງມຸ່ງເນັ້ນການເສີມສ້າງສະຖາບັນ, ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຂີດຄວາມສາມາດ.

ຕີມໍ-ເລສເຕ ເຊິ່ງມີປະຊາກອນປະມານ 1.4 ລ້ານຄົນ ແລະ ເປັນປະເທດດຽວໃນອາຊີທີ່ໃຊ້ພາສາປອກຕຸຍການ ເປັນພາສາລັດຖະການ, ຍັງຄົງເພິ່ງພາການສົ່ງອອກນໍ້າມັນ ແລະ ແກັສ ເປັນຫຼັກ ໂດຍມີຜະລິດຕະພັນມວນລວມພາຍໃນ (ຈີດີພີ) ເຕີບໂຕຂຶ້ນຮ້ອຍລະ 3.4 ໃນປີ 2024 ແລະ ຄາດວ່າຈະຂະຫຍາຍຕົວເຖິງຮ້ອຍລະ 3.9 ໃນປີ 2025.

ປະທານາທິບໍດີ ໂຮເຊ່ ຣາມອສ-ຮໍຕາ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ມາເລເຊຍ ແລະ ນາຍົກລັດຖະມົນຕີ ອັນວາ ສຳລັບການສະໜັບສະໜູນຢ່າງແນ່ວແນ່ຕໍ່ການເປັນສະມາຊິກອາຊຽນຂອງຕີມໍ-ເລສເຕ.

ປະທານາທິບໍດີ ຣາມອສ-ຮໍຕາ ກ່າວວ່າ: “ພວກເຮົາຂໍຂອບໃຈມາເລເຊຍ ແລະ ຜູ້ນຳອາຊຽນທຸກທ່ານ ສຳລັບຄວາມເຊື່ອໝັ້ນວ່າພວກເຮົາສາມາດປະຕິບັດໜ້າທີ່ໃນຖານະສະມາຊິກອາຊຽນໄດ້. ພວກເຮົາອາດມີຈຸດອ່ອນ ແຕ່ພວກເຮົາສັນຍາວ່າຈະປັບປຸງ ແລະ ເຮັດໃຫ້ດີຂຶ້ນ”.

ນອກຈາກນີ້, ຣາມອສ-ຮໍຕາ ຍັງໃຫ້ຄຳໝັ້ນວ່າ ຕີມໍ-ເລສເຕ ຈະເປັນ “ມິດທີ່ຊື່ສັດແລະໝັ້ນຄົງຂອງອາຊຽນ” ມຸ່ງໝັ້ນທີ່ຈະມີສ່ວນຮ່ວມຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນອ້າຍນ້ອງໃນທົ່ວພາກພື້ນ ໂດຍມີເປົ້າໝາຍທີ່ຈະເປັນສ່ວນໜຶ່ງຂອງວິໄສທັດອາຊຽນໃນການບໍ່ຖິ້ມໃຜໄວ້ຂ້າງຫຼັງ ແລະ ຊ່ວຍໃຫ້ອາຊີຕາເວັນອອກສຽງໃຕ້ເປັນດິນແດນແຫ່ງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຍຸຕິທຳ.

ທີ່ມາ: Thairath