ສຳຫຼວດພົນລະເມືອງ ຄັ້ງທີ V ເປັນພາລະກິດຍິ່ງໃຫຍ່ຂອງຊາດ ຕ້ອງໃຫ້ຄວາມຮ່ວມມືເຕັມທີ່
ໂດຍ: ຜາຕຸງ
ວັນທີ 3 ພະຈິກ ຫາ ວັນທີ18 ທັນວາ 2025, ສປປ ລາວ ຈະໄດ້ເລີ່ມຕົ້ນການລົງເກັບກຳຂໍ້ມູນພາກສະໜາມ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ແລະ ຈະດຳເນີນ ໄປຈົນຮອດວັນທີ 28 ທັນວາ2025, ດັ່ງນັ້ນມັນຈຶ່ງຈຳເປັນຕ້ອງໄດ້ເລັ່ງໃສ່ ການໂຄສະນາກະຕຸກຊຸກຍູ້ ໃຫ້ທຸກພາກສ່ວນໃນສັງຄົມລາວ ບັນດາເຜົ່າ ແລະ ທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈ ຄວາມໝາຍຄວາມສໍາຄັນ ເພື່ອໃຫ້ການຮ່ວມມື ໃນການສະໜອງຂໍ້ມູນ ໃຫ້ແກ່ນັກເດີນສໍາຫຼວດໃນການຈົດນັບພົນລະເມືອງ ແລະ ຄຸນລັກສະນະທີ່ຢູ່ອາໄສຂອງພົນລະເມືອງໃນຂອບເຂດທົ່ວປະເທດ ໂດຍລົງເລິກກ່ຽວກັບສະພາບການສຶກສາ, ແຮງງານ ແລະ ຄວາມພິການ, ການຍົກຍ້າຍ, ການເກີດ, ການຕາຍ ແລະ ດ້ານສຸຂະອະນາ ໄມ, ຊຶ່ງຂໍ້ມູນດັ່ງກ່າວຈະສາມາດສ່ອງແສງໃຫ້ເຫັນໄດ້ການປ່ຽນແປງທາງດ້ານຂະໜາດ,ໂຄງປະກອບ,ການຂະຫຍາຍຕົວ ແລະ ການແຈກຢາຍຂອງພົນລະເມືອງໃນຮອບ 10ປີຜ່ານມາ.
ຂໍ້ມູນທີ່ໄດ້ຮັບນີ້ຈະເປັນຂໍ້ມູນພື້ນຖານ ໃນການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບຍືນຍົງ (SDGs), ເປັນຂໍ້ມູນສໍາລັບສ້າງບົດລາຍງານແຫ່ງຊາດແບບສະໝັກໃຈເຫຼັ້ມທີ 4 (VNR 4) ຂອງລັດຖະບານ; ປະເມີນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ; ການຄິດໄລ່ດັດຊະນີການພັດທະນາມະ ນຸດ ແລະ ຜົນປະໂຫຍດທາງດ້ານປະຊາກອນ, ການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ.
ນອກນີ້ຍັງເປັນຂໍ້ມູນພື້ນຖານໃນການຕິດຕາມແລະປະເມີນການຈັດຕັ້ງປະຕິບັດແຜນພັທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍການພັດທະ ນາແບບຢືນຍົງ; ເປັນຂໍ້ມູນສຳລັບສ້າງບົດລາຍງານແຫ່ງຊາດແບບສະໝັກໃຈເຫຼັ້ມທີ 3 ຂອງລັດຖະບານ, ປະເມີນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ການຄິດໄລ່ດັດຊະນີການພັດທະ ນາມະນຸດຈຳເປັນ, ເນື່ອງຈາກວ່າເປັນໜຶ່ງໃນສາມມາດຕະຖານຂອງການປະເມີນສະຖານະພາບການຫຼຸດພົ້ນຈາກປະເທດດ້ອຍພັດທະນາ, (ການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງດັດຊະນີຊັບສິນມະນຸດ ປະກອບມີ: ອັດຕາສ່ວນພົນລະ ເມືອງທີ່ຂາດໂພສະນາການ, ອັດຕາການຕາຍຂອງເດັກຕ່ຳກວ່າ 5 ປີ, ອັດຕາການເຂົ້າຮຽນ ລວມຊັ້ນມັດທະຍົມ ແລະ ອັດຕາການຮູ້ໜັງສີຂອງຜູ້ໃຫຍ່) ການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສຳຫຼວດໃຫຍ່ລະດັບຊາດ ທີ່ມີຄວມສຳຄັນທີ່ສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕມສະພາບການຂະຫຍາຍຕົວ ແລະ ປັດໄຈທີ່ມີຜົນກະທົບຕໍ່ການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ, ໂດຍອີງໃສ່ກົດໝາຍວ່າດ້ວຍສະຖິຕິ ແລະຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຢືນຍົງ 2016-2025 ແລະ ວິໄສທັດຮອດປີ 2030 ກໍຄືປະຕິບັດແຜນພັດທະນາຕໍ່ສາກົນ ໃນເງື່ອນໄຂທີ່ ສປປ ລາວ ເປີດກວ້າງການພົວພັນຮ່ວມມືໃນຂົງເຂດ, ພາກພື້ນແລະສາກົນ.
ທັງໝົດນີ້ ກໍເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ກະກຽມສ້າງແຜນຄັ້ງທີ X ສະໜອງໃຫ້ແກ່ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030, ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ການປັບປຸງນະໂຍບາຍທາງດ້ານພົນລະເມືອງ ກໍຄືຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແລະ ການຕິດຕາມແຜນງານທາງ.
ສະຫຼຸບແລ້ວ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ມີຄວາມສຳຄັນທີ່ສຸດຖ້າຢາກໃຫ້ສຳເລັດຕາມຄາດໝາຍນັ້ນທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມຕ້ອງໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດຕົວຈິງ ເພາະສັງຄົມຈະເປັນຜູ້ຕັດສິນສຳຄັນທີ່ຈະເຮັດໃຫ້ບັ້ນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້ມຜົນສຳເລັດໄປດ້ວຍດີເພື່ອເປັນພື້ນຖານໃນການພັດທະນາປະເທດຊາດໃຫ້ຈະເລີນກ້າວສູ່ຄວາມສີວິໄລໃນອານາຄົດ
