ອາຊຽນຕ້ອນຮັບ ຕິມໍເລສເຕ ເຂົ້າເປັນສະມາຊິກປະເທດທີ 11 ຢ່າງເປັນທາງການ

             ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຢູ່ນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ ໃນວັນທີ 25 ຕຸລາ ມີການກ່າວຕ້ອນຮັບ ຕິມໍເລສເຕ ເຂົ້າເປັນສະມາຊິກລໍາດັບທີ 11 ຂອງອາຊຽນຢ່າງເປັນທາງການ ໂດຍຖືເປັນບາດກ້າວສໍາຄັນຂອງອາຊຽນ ເນື່ອງຈາກເປັນການຕ້ອນຮັບສະມາຊິກໃໝ່ເປັນຄັ້ງທໍາອິດໃນຮອບ 26 ປີ.

             ທ່ານ ໂມຮໍາໝັດ ຮະຊັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດມາເລເຊຍ ໃນຖານະປະທານອາຊຽນປະຈໍາປີ ລະບຸວ່າ: ການຕ້ອນຮັບ ຕິມໍເລສເຕ ເຊິ່ງເປັນປະຊາທິປະໄຕຍຸກໃໝ່ເຂົ້າເປັນສະມາຊິກ “ບໍ່ພຽງແຕ່ສົ່ງເສີມຄວາມມຸ້ງໝັ້ນຮ່ວມກັນຂອງອາຊຽນເທົ່ານັ້ນ, ແຕ່ຍັງສົ່ງເສີມປະສິດທິພາບໃນການຮັບມືຄວາມທ້າທາຍໃນອະນາຄົດຮ່ວມກັນນໍາອີກ”.

              ໂດຍ ຕິມໍເລສເຕ ເຊິ່ງມີປະຊາກອນພຽງ 1.4 ລ້ານຄົນ ໄດ້ຮັບການຍົກຍ້ອງວ່າເປັນບາດກ້າວສໍາຄັນທາງສັນຍາລັກສໍາລັບການມີສ່ວນຮ່ວມໃນລະດັບພາກພື້ນ.

              ເຊິ່ງການເຂົ້າເປັນສະມາຊິກອາຊຽນຈະເຮັດໃຫ້ ຕິມໍເລສເຕ ສາມາດເຂົ້າເຖິງຂໍ້ຕົກລົງການຄ້າເສລີ, ໂອກາດການລົງທຶນ ແລະ ຕະຫລາດພາກພື້ນທີ່ກວ້າງຂຶ້ນ ເຊິ່ງເປັນສິ່ງສໍາຄັນຕໍ່ການພັດທະນາ ແລະ ກະຈາຍຄວາມສ່ຽງທາງເສດຖະກິດ ຈາກເຄີຍອາໄສລາຍໄດ້ຈາກນໍ້ານັນ ແລະ ແກັສທໍາມະຊາດມາຍາວນານ.