ສະເໜີໃຫ້ລັດຖະບານອັງກິດສືບຕໍ່ ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງອຸດສາຫະກຳ ແລະ ການຄ້າ
ວັນທີ 20 ຕຸລາ 2025 ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບ ແລະ ພົບປະ ທ່ານ Matt Western, ສະມາຊິກສະພາ ປະຈຳເມືອງ Warwick ແລະ Leamington, ທູດດ້ານການຄ້າ ຂອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ເພື່ອປຶກສາຫາລື ແລະ ແລກປ່ຽນດ້ານວຽກງານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ອັງກິດ ໂດຍມີຄະນະຫ້ອງການ, ຕາງໜ້າບັນດາກົມພາຍໃນກະຊວງ ເຂົ້າຮ່ວມ.
ທ່ານ ຮລມຕ ສະແດງຄວາມຂອບໃຈ ມາຍັງລັດຖະບານອັງກິດ ໃນໄລຍະຜ່ານມາທີ່ໄດ້ໃຫ້ການຊ່ວຍ ເຫລືອຊຸກຍູ້ ການຮ່ວມມືບັນດາໂຄງການຕ່າງໆທີ່ຕິດພັນດ້ານການຄ້າ ແລະ ພະລັງງານບໍແຮ່. ສະແດງຄວາມຊົມເຊີຍຕໍ່ກັບການຮ່ວມກັນຊຸກຍູ້ໃຫ້ສໍາເລັດການເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າ ດ້ວຍ “ການປະຕິບັດລະບຽບການທີ່ດີ ແລະ ຄວາມປອດໄພຂອງຜະລິດຕະພັນສໍາລັບ ຜູ້ບໍລິໂພກ” ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ຍັງໄດ້ສະເໜີໃຫ້ລັດຖະບານອັງກິດສືບຕໍ່ ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະ ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະ ກິດຈະກຳໂຄງການ ທີ່ລະບຸໄວ້ໃນແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025).
5 ຮ່ວມມື ແລະ ຊ່ວຍເຫລືອ ເປັນຕົ້ນ: ໂຄງການທີ່ສະເໜີຮ່ວມມືກັບກະຊວງພະລັງງານ ແລະ ບໍ່ແຮ່ໂດຍມີ CCG (Climate Compatible Growth)’ເປັນຜູ້ຮັບຜິດຊອບປະສານງານມີຄື:
1. ໂຄງການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການຜະລິດໄຟຟ້າແບບໝັ້ນຄົງ ຈາກແຫຼ່ງພະລັງງານທົດແທນ;
2. ໂຄງການສະເໜີຊ່ວຍ ພບ ໃນການເປັນຄູ່ຮ່ວມງານ ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ບໍລິສັດ Carbon Trust ໃນວຽກງານການປູກຈິດສໍານຶກ ແລະ ສ້າງຄວາມຮູ້ກ່ຽວກັບການປະຢັດພະລັງງານ.
3. ໂຄງການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ Centre for Global Equality (CGE) ການປະເມີນ ການຕະຫຼາດ ສໍາລັບ ມາດຕະຖານ ແລະ ກາໝາຍ ສໍາລັບເຄື່ອງປັບອາກາດ ໃນ ສປປ ລາວ;
4. ໂຄງການສຶກການນໍາໃຊ້ພະລັງງານອຸປະກອນເຄື່ອງໃຊ້ໄຟຟ້າຄົວເຮືອນ ແລະ ໂຮງງານ;
5. ການເຂົ້າຮ່ວມກອງປະຊຸມ Energy Transition Council Ministerial Meeting ຂອງ ພບ ຜ່ານມາ.
