ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ວັນທີ 24 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະ ໃນໂອກາດເດີນທາງເຂົ້າຮ່ວມ ພິທີລົງນາມໃນສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີ ໃນວັນທີ 24-26 ຕຸລາ 2025 ທີ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍທີ່ວົງຄະນະຍາດສາກົນ ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ເລືອກເອົາ ນະຄອນຫລວງຮ່າໂນ້ຍ ເປັນສະຖານທີ່ລົງນາມຂອງ ສົນທິສັນຍາສາກົນ ທີ່ມີຄວາມໝາຍສຳຄັນນີ້ ຊຶ່ງໃນຕໍ່ໜ້າຈະມີຊື່ວ່າ ສົນທິສັນຍາຮ່າໂນ້ຍ. ສປປ ລາວ ເຊື່ອໝັ້ນວ່າດ້ວຍບົດບົດຮຽນ ແລະ ບົດບາດສາກົນ ຂອງເພື່ອນສະຫາຍຫວຽດນາມ, ພິທີລົງນາມ ແລະ ກອງປະຊຸມສາກົນຄັ້ງນີ້, ຈະປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຍົກສູງບົດບາດຂອງ ສສ ຫວຽດນາມ ໃຫ້ສູງເດັ່ນຍິ່ງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນ ຢູ່ພາຍໃນປະເທດຂອງຕົນ ໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ ໃນຕະຫລອດໄລຍະຜ່ານມາ, ພ້ອມທັງຮ່ວມກັນຕີລາຄາສູງຕໍ່ການພົວພັນຮ່ວມມື ສອງຝ່າຍທີ່ມີບາດກ້າວຂະຫຍາຍຕົວຮອບດ້ານ ແລະ ມີຜົນສຳເລັດສູງ, ເຫັນໄດ້ຈາກພົວພັນຮ່ວມມືຮອບດ້ານ ທັງໃນດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ການຮ່ວມມືທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ມີຄວາມຄືບໜ້າເປັນກ້າວໆ.

ພ້ອມນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມການພົວພັນຮ່ວມມື ທີ່ເປັນມູນເຊື້ອຂອງສອງຊາດ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມທັງຈະຮ່ວມມືກັນຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດາ ໂຄງການຮ່ວມມືຍຸດທະສາດໃນດ້ານຕ່າງໆ ໃຫ້ປະກົດຜົນເປັນຮູບປະທໍາ ແລະ ມີປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.