ຈີນຂວໍ້າບາດສະຫະລັດ ໂຈະການນຳເຂົ້າຖົ່ວເຫລືອງ ຕອບໂຕ້ສົງຄາມການຄ້າ
ສໍານັກຂ່າວ Reuter ລາຍງານ ວັນທີ 25 ຕຸລາ 2025 ວ່າ: ຈີນ ໄດ້ປະກາດມາດຕະການຂວໍ້າບາດຕໍ່ ສະຫະລັດອາເມຣິກາ ດ້ວຍການ ໂຈະການສັ່ງຊື້ຖົ່ວເຫລືອງຈາກສະຫະລັດຊົ່ວຄາວ ເພື່ອຕອບໂຕ້ຕໍ່ການຂຶ້ນພາສີໃສ່ສິນຄ້ານຳເຂົ້າຈາກຈີນຮອບໃໝ່ຂອງລັດຖະບານວໍຊິງຕັນ ເຊິ່ງຖືວ່າເປັນການ ເພີ່ມລະດັບຄວາມເຄັ່ງຕຶງ ໃນສົງຄາມການຄ້າລະຫວ່າງສອງຊາດມະຫາອຳນາດທາງດ້ານເສດຖະກິດຂອງໂລກ.
ກະຊວງການຄ້າຈີນລະບຸວ່າ ການລະງັບນຳເຂົ້າໃນຄັ້ງນີ້ແມ່ນ “ມາດຕະການຍຸດທະສາດ” ເພື່ອປົກປ້ອງຜົນປະໂຫຍດຂອງປະເທດ, ພ້ອມທັງເນັ້ນຢໍ້າວ່າ ຈີນຈະຫັນໄປເພີ່ມການນຳເຂົ້າຖົ່ວເຫລືອງຈາກປະເທດຄູ່ຄ້າອື່ນ ເຊັ່ນ: ບຣາຊິນ ແລະ ອາກຊັງຕິນ (Argertina) ເພື່ອທົດແທນປະລິມານທີ່ເຄີຍສັ່ງຊື້ຈາກສະຫະລັດ ໂດຍຈະບໍ່ໃຫ້ກະທົບຕໍ່ຄວາມຕ້ອງການພາຍໃນປະເທດ.
ຖົ່ວເຫລືອງ ຖືເປັນສິນຄ້າສົ່ງອອກຫລັກຂອງສະຫະລັດ ທີ່ມີຕະຫລາດສຳຄັນຢູ່ໃນຈີນ ເຊິ່ງຈີນນຳເຂົ້າຫລາຍກວ່າ 60% ຂອງປະລິມານຖົ່ວເຫລືອງໃນໂລກ, ການໂຈະການສັ່ງຊື້ຄັ້ງນນີ້ ອາດຈະສ້າງຜົນກະທົບຕໍ່ ພາກສ່ວນກະສິກຳ ຂອງສະຫະລັດ ໂດຍສະເພາະຊາວກະສິກອນໃນລັດ ໄອໂອວາ, ອິລລິນອຍ ແລະ ອິນດີແອນນາ ທີ່ເພິ່ງພາການສົ່ງອອກຖົ່ວເຫລືອງໄປຈີນເປັນລາຍໄດ້ຫລັກ.
ນັກວິເຄາະເສດຖະກິດເບິ່ງວ່າ: ມາດຕະການຂອງຈີນສະທ້ອນໃຫ້ເຫັນເຖິງທ່າທີທີ່ ແຂງກ້າວ ໃນການເຈລະຈາການຄ້າ ແລະ ອາດຈະສົ່ງຜົນກະທົບຕໍ່ສະຖຽນລະພາບຂອງຕະຫລາດສິນຄ້າກະສິກຳທົ່ວໂລກ ໂດຍສະເພາະໃນຊ່ວງທີ່ລາຄາພືດທັນຍາຫານ ແລະ ອາຫານສັດກຳລັງຜັນຜວນຈາກສະພາບອາກາດ ແລະ ຄວາມບໍ່ແນ່ນອນທາງດ້ານເສດຖະກິດໂລກ.
ໃນຂະນະດຽວກັນ, ກະຊວງກະສິກຳຂອງສະຫະລັດ ໄດ້ອອກຖະແຫລງການສະແດງ “ຄວາມຜິດຫວັງ” ຕໍ່ການຕັດສິນໃຈຂອງຈີນ ແລະ ຢືນຢັນວ່າລັດຖະບານຈະເລັ່ງຊອກຫາ ຕະຫລາດໃໝ່ ໃນອາຊີຕາເວັນອອກສຽງໃຕ້ ແລະ ເອີຣົບ ເພື່ອຫລຸດຜ່ອນການເພິ່ງພາຈີນໃນໄລຍະຍາວ.
ການເຄື່ອນໄຫວໃນຄັ້ງນີ້ ຖືເປັນອີກຕອນສຳຄັນໜຶ່ງໃນສົງຄາມການຄ້າລະຫວ່າງຈີນ ແລະ ສະຫະລັດ ທີ່ດຳເນີນມາຍາວນານຕັ້ງແຕ່ປີ 2018 ແລະ ຍັງບໍ່ມີທີ່ທ່າວ່າຈະຢຸດຕິລົງໃນໄວໆນີ້.
