ຫວຽດນາມເປັນເຈົ້າພາບລົງນາມອະນຸສັນຍາຮ່າໂນ້ຍຕ້ານອາດຊະຍາກໍາໄຊເບີ
ສໍານັກຂ່າວຫວຽດນາມລາຍງານວ່າ: ໃນວັນທີ 25 ຕຸລາ,ຫວຽດນາມເປັນເຈົ້າພາບຈັດພິທີລົງນາມ ແລະ ກອງປະຊຸມລະດັບສູງຂອງອະນຸສັນຍາສະຫະປະຊາຊາດວ່າດ້ວຍອາດຊະຍາກໍາທາງໄຊເບີ ຫລື ອະນຸສັນຍາຮ່າໂນ້ຍ.
ງານນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຮັບມືອາດຊະຍາກໍາທາງໄຊ, ການແບ່ງປັນຄວາມຮັບຜິດຊອບ, ການປົກປ້ອງອະນາຄົດຂອງເຮົາ” ໂດຍມີທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ເຂົ້າຮ່ວມ ພ້ອມຜູ້ນໍາ ແລະ ຜູ້ແທນລະດັບສູງຈາກປະມານ 110 ປະເທດ ລວມທັງອົງກອນສາກົນຫລາຍແຫ່ງ.
ປະທານປະເທດ ເລືອງ ເກື່ອງ ຂອງຫວຽດນາມ ກ່າວໃນພິທີເປີດວ່າ: ການທີ່ຫວຽດນາມໄດ້ເປັນເຈົ້າພາບຈັດພິທີລົງນາມ ແລະ ເປັນປະເທດທໍາອິດທີ່ລົງນາມໃນອະນຸສັນຍາຮ່າໂນ້ຍ ສະແດງເຖິງຄວາມມຸ້ງໝັ້ນຢ່າງແຮງກ້າຂອງຫວຽດນາມຕໍ່ຫລັກນິຕິທໍາ ແລະ ການປະຕິບັດຕາມພັນທະກໍລະນີລະຫວ່າງປະເທດຢ່າງເຕັມທີ່ ເພື່ອສົ່ງເສີມລະບຽບກົດໝາຍໂລກໃນໂລກໄຊເບີໃຫ້ແຂງແຮງຍິ່ງຂຶ້ນ.
ຜູ້ແທນຈາກ 60 ປະເທດ ແລະ ພາກພື້ນໄດ້ເຂົ້າຮ່ວມພິທີລົງນາມໃນອະນຸສັນຍາຢ່າງເປັນທາງການ ເຊິ່ງຈັດໂດຍສໍານັກງານກົດໝາຍແຫ່ງສະຫະປະຊາຊາດ.
ສ່ວນເລຂາທິການສະຫະປະຊາຊາດລະບຸວ່າ: ພະລັງທີ່ແທ້ຈິງຂອງອະນຸສັນຍາສະບັບນີ້ຈະເກີດຂຶ້ນໄດ້ກໍຕໍ່ເມື່ອການລົງນາມຖືກປ່ຽນເປັນການປະຕິບັດທີ່ເປັນຮູບປະທໍາ. ພ້ອມເນັ້ນວ່າ: ສະຫະປະຊາຊາດສະໜັບສະໜູນໃຫ້ປະເທດຕ່າງໆ ນໍາເອົາສົນທິສັນຍານີ້ໄປນໍາໃຊ້ຕົວຈິງ, ສົ່ງເສີມປະສິດທິພາບ, ພັດທະນາການສືບສານ ແລະ ຮັດແໜ້ນການຮ່ວມມືຂ້າມຊາຍແດນຜ່ານສໍານັກງານວ່າດ້ວຍຢາເສບຕິດ ແລະ ອາດຊະຍາກໍາ, ສໍານັກງານເລຂາທິການຂອງອະນຸສັນຍາ ແລະ ສໍານັກງານກົດໝາຍແຫ່ງສະຫະປະຊາຊາດ.
