ທະນາຄານກາງຈີນປະກາດຮັກສາສະຖຽນລະພາບຕະຫລາດເງິນ ພ້ອມຊຸກເງິນຢວນສູ່ເວທີໂລກ
ທະນາຄານກາງຈີນ (PBOC) ໃຫ້ຄໍາໝັ້ນວ່າຈະຮັກສາສະຖຽນລະພາບຂອງຕະຫລາດຫຸ້ນ, ພັນທະບັດ ແລະ ອັດຕາແລກປ່ຽນຂອງປະເທດ ພ້ອມເດີນໜ້າສົ່ງເສີມການໃຊ້ເງິນຢວນໃນລະດັບສາກົນ ເພື່ອຂະຫຍາຍການຊໍາລະເງິນລະຫວ່າງປະເທດ ແລະ ພັດທະນານະຄອນຊຽງໄຮ້ ແລະ ຮົງກົງໃຫ້ເປັນສູນກາງການເງິນລະຫວ່າງປະເທດທີ່ແຂງແຮງຍິ່ງຂຶ້ນ.
ໃນກອງປະຊຸມພາຍໃນວັນທີ 24 ຕຸລາຜ່ານມາ, ເຊິ່ງຜູ້ວ່າການທະນາຄານເປັນປະທານ, ທະນາຄານໄດ້ຫາລືແນວທາງດໍາເນີນງານຕາມມະຕິຂອງຄະນະກໍາມະການກາງພັກກອມມູນິດຈີນ ພາຍຫລັງກອງປະຊຸມຄະນະກໍາມະການກາງ ເຊິ່ງວາງຂອບແຜນພັດທະນາເສດຖະກິດຈີນໄລຍະປີ 2026-2030.
PBOC ລະບຸວ່າ: ຈະຮັກສາສົມດຸນລະຫວ່າງການສະໜັບສະໜູນການເຕີບໃຫຍ່ຂອງເສດຖະກິດກັບຄວາມໝັ້ນຄົງຂອງຂະແໜງການເງິນ. ຂະນະທີ່ລັດຖະບານຈີນກຽມເລັ່ງພັດທະນາອຸດສາຫະກໍາການຜະລິດ ແລະ ເຕັກໂນໂລຊີເພື່ອຮັກສາຄວາມໄດ້ປຽບດ້ານການແຂ່ງຂັນ ແລະ ຂະຫຍາຍຕະຫລາດພາຍໃນປະເທດ ທ່າມກາງແຮງກົດດັນຈາກນະໂຍບາຍກີດກັນທາງການຄ້າທົ່ວໂລກ.
ນັບແຕ່ຕົ້ນປີ 2024 ທະນາຄານກາງຈີນໄດ້ອອກມາດຕະການທາງໂຄງສ້າງຫລາຍກວ່າ 10 ລາຍການ ລວມທັງໂຄງການຣີໄຟແນນທີ່ໃຫ້ທະນາຄານການຄ້າເຂົ້າເຖິງເງິນກູ້ຕົ້ນທຶນຕໍ່າ ເພື່ອນໍາໄປປ່ອຍສິນເຊື່ອຕໍ່ຂະແໜງທຸລະກິດໃນອຸດສາຫະກໍາສໍາຄັນ.
ນອກຈາກນີ້, ໃນທ້າຍປີຜ່ານມາ PBOC ຍັງອອກມາດຕະການຮັກສາຕະຫລາດຫຸ້ນ ພາຍຫລັງລາຄາຫຸ້ນຫລຸດລົງແຮງເຊັ່ນ: ການເປີດໃຫ້ສະຖາບັນການເງິນໃຊ້ກົນໄກແລກປ່ຽນສິນຊັບ (swap facility) ເພື່ອຈັດຫາເງິນທຶນຊື້ຫຸ້ນ.
