ເລັ່ງປູຢາງໂຄງການກໍ່ສ້າງເສັ້ນທາງ ເມືອງໄຊເສດຖາ ຫາ ບ້ານສະແຄະ ສໍາເລັດເກືອບ 100%

ທ່ານ ໄຊຍະວົງ ດວງໂສພາ ອຳນວຍການ ບໍລິສັດ ຜູ້ຮັບເໝົາ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງອັດຕະປື ໃນວັນທີ 23 ຕຸລາ 2025 ນີ້ວ່າ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ເມືອງໄຊເສດຖາ ຫາ ບ້ານສະແຄະ ເມືອງໄຊເສດຖາ ແຂວງອັດຕະປື ສໍາເລັດແລ້ວ 98% ພາຍຫລັງລົງມືກໍ່ສ້າງມາແຕ່ຕົ້ນເດືອນມີນາ 2025 ແລະ ຄາດຈະໃຫ້ສໍາເລັດພາຍໃນເດືອນພະຈິກນີ້. ປັດຈຸບັນທາງບໍລິສັດຜູ້ຮັບເໝົາການກໍ່ສ້າງ ພວມສຸມໃສ່ຈັດຕັ້ງປະຕິບັດ ເພື່ອໃຫ້ທັນຕາມກໍານົດເວລາຂອງສັນຍາ.
ສໍາລັບເສັ້ນທາງປູຢາງ 2 ຊັ້ນ ທາງເລກທີ 9037 ແຕ່ແຍກທາງ 18B (ກມ 12) ຫາ ບ້ານສະແຄະ ເມືອງໄຊເສດຖາ ໄລຍະທາງແຕ່ ກມ 6+100 ຫາ ກມ 15+212.792 ມີຄວາມຍາວ 15 ກິໂລແມັດ, ໜ້າທາງກວ້າງ 7 ແມັດ, ມີມູນຄ່າການກໍ່ສ້າງ 22,99 ຕື້ກວ່າກີບ.
ເສັ້ນທາງດັ່ງກ່າວ ເປັນເສັ້ນທາງໜຶ່ງທີ່ມີຄວາມສໍາຄັນ ທີ່ເຊື່ອມຕໍ່ລະຫວ່າງ ເມືອງ ຫາ ບ້ານ ໂດຍສະເພາະ ເປັນເສັ້ນທາງໄປສູ່ເຂດທ່ອງທ່ຽວ ທາງດ້ານວັດທະນະທໍາຂອງແຂວງອັດຕະປື ແລະ ໃຫ້ກັບມວນຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາສັກກະລະບູຊາທີ່ວັດສະແຄະ ເມືອງໄຊເສດຖາ ແຂວງອັດຕະປື ໃຫ້ມີຄວາມສະດວກ ແລະ ປອດໄພ.
ຂາ່ວ: ວັດທະນາ
