ສ.ເກົາຫລີ ຈັບມື 8 ປະເທດ ຮ່ວມກັນປາບແກ໊ງສະແກມເມີຂ້າມຊາດໃນກຳປູເຈຍ
ວັນທີ 23 ຕຸລາ 2025 ອົງການຕຳຫຼວດແຫ່ງຊາດ (NPA) ຂອງ ສ.ເກົາຫລີ ໄດ້ປະກາດຈັດຕັ້ງ ພັນທະມິດຮ່ວມມືສືບສວນລະຫວ່າງປະເທດ (International Investigative Cooperation Alliance) ຮ່ວມກັບອີກ 8 ປະເທດ ເພື່ອເປີດຂະບວນການ “Breaking Chains” (ແບຣກກິງ ເຊນສ໌) ມ້າງເຄືອຂ່າຍການສໍ້ໂກງ ຢູ່ປະເທດກຳປູເຈຍ ແລະ ພາກພື້ນໃກ້ຄຽງ.
ຕົວແທນຈາກ 8 ປະເທດ ຄື: ກຳປູເຈຍ, ລາວ, ສິງກະໂປ, ຟິລິບປິນ, ໄທ, ສະຫະລັດອາເມລິກາ, ສະຫະລັດອາຣັບເອມີເຣດ ແລະ ກາຕາ, ພ້ອມດ້ວຍຕົວແທນຂອງອົງການ INTERPOL ແລະ ASEANAPOL ໄດ້ເຂົ້າຮ່ວມພິທີເປີດທີ່ໂຮງແຮມ Conrad Seoul ເຂດຢົງດຶງໂພ, ນະຄອນຫຼວງໂຊລ ໃນຕອນແລງຂອງມື້ດຽວກັນ.
ການຮ່ວມມືຄັ້ງນີ້ ຖືກສ້າງຕັ້ງຂຶ້ນເພື່ອໃຫ້ເກີດ ເວທີການຮ່ວມມືຫຼາຍຝ່າຍ (multilateral platform) ທີ່ມຸ່ງເນັ້ນການຕໍ່ຕ້ານອາດຊະຍາກຳຂ້າມຊາດ ເຊັ່ນ: ການສໍ້ໂກງຜ່ານໂທລະສັບ (voice phishing), ການລົງທຶນປອມຜ່ານຊັບສິນດິຈິຕອລ ແລະ ການຫຼອກລວງຮູບແບບໂຣແມນສ໌ສແກມ (romance scam), ໂດຍຈະມີການແລກປ່ຽນຂໍ້ມູນແບບທັນການ, ສືບສວນຮ່ວມກັນ ແລະ ສ້າງລະບົບຕອບໂຕ້ສຸກເສີນຂ້າມປະເທດ
ເຈົ້າໜ້າທີ່ຂອງ NPA ຊີ້ໃຫ້ເຫັນວ່າ: ເຄືອຂ່າຍການສໍ້ໂກງເຫຼົ່ານີ້ “ໄປໄກກວ່າພຽງແຕ່ການໂກງເງິນ” ເພາະມີອົງປະກອບຂອງການຄ້າຂາຍມະນຸດ, ອາດຊະຍາກຳຈັດຕັ້ງ ແລະ ອາດຊະຍາກຳທາງໄຊເບີ ປະສົມຢູ່ດ້ວຍ.
ນອກຈາກນີ້, ຂະບວນການ “Breaking Chains” ຈະເລີ່ມການປະຊຸມປະຕິບັດການຮ່ວມກັນຄັ້ງທຳອິດທີ່ນະຄອນຫຼວງໂຊລ ໃນໄລຍະເດືອນພະຈິກ ແລະ ລັດຖະບານເກົາຫຼີກຳລັງຂະຫຍາຍຄວາມຮ່ວມມືໃຫ້ຄອບຄຸມປະເທດອື່ນໆເພີ່ມອີກໃນອະນາຄົດ
(Korea Joongang Daily).
