ບົດບາດໃໝ່ລາວກາຍເປັນສູນກາງຂົນສົ່ງລະຫວ່າງພາກພື້ນ ແລະ ເຊື່ອມຕໍ່ໄປທົ່ວໂລກ
ໂດຍ: ທິດກໍ່າ
ພາຍຫລັງສາຍທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ຮັບການກໍ່ສ້າງສໍາເລັດ ແລະ ເລີ່ມບໍລິການຮັບໃຊ້ສັງຄົມມາແຕ່ເດືອນທັນວາ 2021 ເຫັນໄດ້ວ່າມັນໄດ້ພິກໂສມໜ້າໃໝ່ໃຫ້ແກ່ ສປປ ລາວ ຢ່າງໂລດໂຜນໂດດເດັ່ນ ອັນສໍາຄັນທີ່ສຸດມັນກາຍເປັນກະແຈປົດລັອກ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດໄປໃນຕົວລະຫວ່າງພາກພື້ນ ແລະ ໄປຍັງທົ່ວໂລກ.
ມາຮອດປັດຈຸບັນ ລົດໄຟຄວາມໄວສູງ ລາວ-ຈີນ ພວມເອກອ້າງໃນການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ຈາກຜົນງານພຽງ 4 ເດືອນ ຄືນັບແຕ່ເດືອນມັງກອນຫາເດືອນພຶດສະພາ 2025 ແມ່ນສາມາດຂົນສົ່ງສິນຄ້າກະສິກໍາປະເພດມັນຕົ້ນໄດ້ເຖິງ 5,750 ຕູ້ຄອນເທັນເນີ ຫລື ປະມານ 156,000 ໂຕນ ເພີ່ມຂຶ້ນເຖິງ 43% ຫລື ຖ້າຈະຄິດໄລ່ການບໍລິການຂົນສົ່ງ ນັບແຕ່ມື້ເລີ່ມເປີດສາຍທາງດັ່ງກ່າວເປັນຕົ້ນມາຮອດປັດຈຸບັນສາມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 10 ລ້ານກວ່າຄົນ ແລະ ຂົນສົ່ງສິນຄ້າໄດ້ 15 ລ້ານກວ່າໂຕນ. ນີ້ຄືມິຕິໃໝ່ແຫ່ງການຂົນສົ່ງທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດລາວ.
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ການທີ່ລາວເຮົາມີສາຍທາງລົດໄຟຄວາມໄວສູງ ລາວ-ຈີນ ແມ່ນໄດ້ນໍາເອົາຜົນປະໂຫຍດຢ່າງມະຫາສານມາສູ່ປະເທດລາວຕາມຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ. ຈາກປັດໄຈທີ່ໄດ້ກ່າວມານີ້ ໄດ້ເຮັດໃຫ້ລາວກາຍເປັນສູນກາງຂົນສົ່ງຢ່າງເຕັມຮູບແບບລະຫວ່າງພາກພື້ນ ແລະ ຍັງສາມາດເຊື່ອມຕໍ່ໄປທົ່ວໂລກ.
ຢ່າງໃດກໍດີ, ເພື່ອໃຫ້ລະບົບການຂົນສົ່ງຢູ່ ສປປ ລາວເຮົາກາຍເປັນສູນກາງຂົນສົ່ງຢ່າງເຕັມຮູບແບບຢ່າງແທ້ຈິງ ພັກ ແລະ ລັດຖະບານເຮົາຍັງມີແຜນຮ່ວມມືສ້າງທາງລົດໄຟ, ສາຍທາງສາຍດ່ວນລົດໂອໂຕ ແລະ ສ້າງຂົວ ເພື່ອກາຍເປັນຕາໜ່າງຂົນສົ່ງສິນຄ້າຈາກຕາເວັນຕົກສູ່ຕາເວັນອອກ ແລະ ຈາກຕາເວັນອອກສູ່ຕາເວັນຕົກ.
ປັດຈຸບັນ ສປປ ລາວເຮົາ ພວມມີໂຄງການສ້າງທາງດ່ວນຈາກຮ່າໂນ້ຍ ສສ ຫວຽດນາມ ສູ່ວຽງຈັນ, ໂຄງການສ້າງທາງລົດໄຟຈາກວຽງຈັນ ສປປ ລາວ ສູ່ທາເຮືອຫວຸງອາງ ສສ ຫວຽດນາມ, ໂຄງການສ້າງທາງດ່ວນຈາກວຽງຈັນສູ່ພາກເໜືອລາວ, ໂຄງການສ້າງທາງດ່ວນວຽງຈັນ-ປາກເຊ ແລະ ອີກບໍ່ດົນ ໂຄງການກໍ່ສ້າງຂົວແຫ່ງທີ 5 ຈາກບຶງການ ປະເທດໄທ ສູ່ປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ກໍຈະສໍາເລັດ ແລະ ຈະເປີດນໍາໃຊ້ໃນທ້າຍປີ 2025 ອັນເປັນສາຍທາງໜຶ່ງໃນການຂົນສົ່ງສິນຄ້າຈາກຕາເວັນຕົກສູ່ຕາເວັນອອກ ແລະ ຈາກຕາເວັນອອກສູ່ຕາເວັນຕົກ.
ນອກຈາກທີ່ກ່າວມານີ້ແລ້ວ ຍັງມີໂຄງການສ້າງທາງຫລາຍເສັ້ນຫລາຍສາຍໃນທົ່ວປະເທດ. ເພາະສະນັ້ນ ອີງໃສ່ທ່າແຮງ ແລະ ຈຸດພິເສດທາງດ້ານພູມສັນຖານຂອງປະເທດທີ່ຕັ້ງຢູ່ໃຈກາງອາຊີອາຄະເນ ເມື່ອວາດພາບເບິ່ງແລ້ວ ປະເທດເຮົາໄດ້ກາຍເປັນສູນກາງຂົນສົ່ງລະຫວ່າງພາກພື້ນ ແລະ ເຊື່ອມຈອດໄປທົ່ວໂລກຢ່າງເຕັມຮູບແບບ ນໍາເອົາຄວາມຈະເລີນຮັ່ງມີມາສູ່ປະເທດຊາດໃນອະນາຄົດຢ່າງແນ່ນອນ.
