ແຂວງຫຼວງພະບາງ ເປີດໃຫ້ເສຍພາສີພາຫະນະ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ
ວັນທີ 15 ຕຸລາ 2025 ຜ່ານມານີ້ ຫ້ອງວ່າການແຂວງຫຼວງພະບາງ ອອກແຈ້ງການ ການແກ້ໄຂບັນຫາ ການຄອບຄອງ, ນໍາໃຊ້ຍານພາຫະນະ ແລະ ກົນຈັກຕ່າງໆ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ເພື່ອໃຫ້ພ້ອມກັນຮີບຮ້ອນ ນໍາເອົາພາຫະນະ ແລະ ກົນຈັກຕ່າງໆ ຂອງຕົນມາແຈ້ງ ຕໍ່ຄະນະກໍາມະການຈັດຕັ້ງປະຕິບັດວຽກ ງານຕົວຈິງ ເພື່ອຄິດໄລ່ຄ່າເສຍພາສີ-ອາກອນ ແລະ ພັນທະອື່ນໆ ໃຫ້ຖືກຕ້ອງສອດຄ່ອງ ຕາມກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢູ່ທີ່ພະແນກໂຍ ທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ (ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່), ຢູ່ບ້ານພອນໄຊ (ທາງເຂົ້າຕະ ຫຼາດ ແລະ ຄິວລົດໂຊກປະເສີດ)ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເຊິ່ງຈະເລີ່ມຕົ້ນແກ້ໄຂ ນັບແຕ່ວັນທີ່ອອກແຈ້ງການສະບັບນີ້ເປັນຕົ້ນໄປ ຈົນເຖິງວັນທີ 31ທັນ ວາ 2025 ລາຍລະອຽດ ມີດັ່ງນີ້:
1. ໃນເວລາຜູ້ທີ່ຄອບຄອງ,ນໍາໃຊ້ຍານພາຫະນະ ແລະ ກົນຈັກຕ່າງໆ ທີ່ນໍາເຂົ້າບໍ່ຖືກຕ້ອງ ມາແຈ້ງຕໍ່ຄະນະກໍາມະການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອເສຍພາສີ-ອາ ກອນ ແລະ ພັນທະອື່ນໆ ຈະຕ້ອງໄດ້ປະກອບເອກະສານ ຄືດັ່ງນີ້:
1.1 ນໍາເອົາຍານພາຫະນະ ແລະ ກົນຈັກຕ່າງໆ ເຂົ້າມາພະແນກໂຍທາທິການ ແລະ ຂົນສົ່ງແຂວງ (ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່) ເພື່ອໃຫ້ຄະນະກໍາມະການຈັດ ຕັ້ງປະຕິບັດວຽກງານ ດໍາເນີນການກວດກາຕົວຈິງ.
1.2 ໃບສະເໜີຂໍເສຍພາສີ-ອາກອນ ແລະ ພັນທະອື່ນໆ (ຂອງເຈົ້າຂອງພາຫະນະ).
1.3 ສໍາເນົາບັດປະຈໍາຕົວ ( ຍັງບໍ່ທັນໝົດອາຍຸການນໍາໃຊ້ ) ຈໍານວນ 2 ສະບັບ.
1.4 ໃບຢັ້ງຢືນທີ່ຢູ່ ສະບັບແທ້ ແລະ ສໍາເນົາໃບຢັ້ງຢືນທີ່ຢູ່ ຈໍານວນ 2 ສະບັບ.
2. ສໍາລັບພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ທີ່ທ້ອງຖິ່ນ ກໍຄື ກົມກອງຕ່າງໆ ທີ່ນໍາໃຊ້ເຂົ້າໃນວຽກງານລວມ ແມ່ນໃຫ້ແຈ້ງຕໍ່ຄະນະສະເພາະກິດທີ່ກ່ຽວ ຂ້ອງ ຕີເປັນມູນຄ່າ ແລະ ເສຍພາສີ-ອາກອນ ແລະ ພັນທະອື່ນໆ ຕາມກົດໝາຍແລ້ວ ຈົດເປັນຊັບສິນຂອງລັດ ເພື່ອໃຫ້ຂະແໜງການເງິນຂັ້ນນັ້ນໆ ຄຸ້ມຄອງຕາມລະບຽບການ (ຕ້ອງມີໃບສະເໜີ ແລະ ໃບຢັ້ງຢືນຈາກກົມກອງທີ່ກ່ຽວຂ້ອງ).
3. ກໍລະນີຜູ້ທີ່ຄອບຄອງ,ນໍາໃຊ້ຍານພາຫະນະ ແລະ ກົນ ຈັກຕ່າງໆ ທີ່ນໍາເຂົ້າບໍ່ຖືກຕ້ອງ ມາແຈ້ງຕໍ່ຄະນະກໍາມະການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອຄິດໄລ່ເສຍພາສີ-ອາ ກອນ ແລະ ພັນທະອື່ນໆ ແລ້ວກໍລະນີ ຫາກບໍ່ສາມາດປະຕິ ບັດໄດ້ຕາມຄໍາແນະນໍາຂອງກະຊວງການເງິນ ວ່າດ້ວຍການ ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າ ໝາຍ ໃນຂອບເຂດທົ່ວປະເທດ ສະບັບເລກທີ 2063/ກງ, ລົງວັນທີ 4 ກໍລະກົດ 2025 ແມ່ນຈະໄດ້ຢຶດເປັນຂອງລັດ ເພື່ອສືບຕໍ່ດໍາເນີນການຕາມລະບຽບການ ທີ່ກ່ຽວຂ້ອງ.

