ທຳນຽມຂາວ ຢືນຢັນ ທ່ານ ທຣຳ ຈະພົບປະກັບ ທ່ານ ສີ ຈິ້ນຜິງ ທີ່ ສ.ເກົາຫລີ ໃນວັນທີ 30 ຕຸລາ ເພື່ອປຶກສາຫາລື ການເພີ່ມອັດຕາພາສີ ສິນຄ້ານຳເຂົ້າຈາກຈີນ
ສໍານັກຂ່າວຕ່າງປະເທດລາຍງານຂ່າວວັນທີ 24 ຕຸລາ 2025 ນີ້ວ່າທຳນຽບຂາວ ທີ່ວໍຊິງຕັນ ດີຊີ ໄດ້ອອກມາຢືນຢັນຢ່າງເປັນທາງການວ່າ: ປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດອາເມລິກາ ຈະພົບປະກັບປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ໃນວັນທີ 30 ຕຸລາ 2025 ນີ້ ທີ່ ສ.ເກົາຫລີ.
ການພົບປະກັນດັ່ງກ່າວ ຈະມີຂຶ້ນນອກຮອບ ກອງປະຊຸມສຸດຍອດຜູ້ນຳອົງການຮ່ວມມືທາງດ້ານເສດຖະກິດອາຊີ-ປາຊີຟິກ (ເອເປກ), ເຊິ່ງຈັດຂຶ້ນທີ່ເມືອງຄຍັອງຈູ (Gyeongju) ລະຫວ່າງວັນທີ 31 ຕຸລາ – 1 ພະຈິກ 2025 ການພົບກັນໃນຄັ້ງນີ້ຖືເປັນການປະເຊີນໜ້າກັນ ຄັ້ງທຳອິດ ລະຫວ່າງຜູ້ນຳທັງສອງປະເທດ ນັບຕັ້ງແຕ່ ທ່ານ ທຣຳ ກັບມາຮັບຕຳແໜ່ງປະທານາທິບໍດີອີກຄັ້ງ.
ທ່ານນາງ ແຄໂຣລິນ ລີວິທ ໂຄສົກທຳນຽບຂາວ ໄດ້ເປີດເຜີຍວ່າ: ປະເດັນສຳຄັນທີ່ຈະຖືກຍົກຂຶ້ນມາປຶກສາຫາລືຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງຕໍ່ສະຖຽນລະພາບເສດຖະກິດໂລກ, ໂດຍສະເພາະຄຳຂູ່ຂອງທ່ານ ທຣຳ ທີ່ຈະເພີ່ມອັດຕາພາສີ ນຳເຂົ້າສິນຄ້າຈາກຈີນອີກ 100% ໃນເດືອນພະຈິກ 2025 ໂດຍຂໍ້ກໍານົດດັ່ງກ່າວຈະເລີ່ມປະຕິບັດ ຖ້າຫາກຈີນບໍ່ຜ່ອນຜັນການຄວບຄຸມການສົ່ງອອກ ແຮ່ຫາຍາກ (rare earth). ປັດຈຸບັນ, ຈີນເປັນຜູ້ຄອບຄອງການຜະລິດແຮ່ຫາຍາກ ແລະ ວັດຖຸສຳຄັນອື່ນໆ, ເຊິ່ງໄດ້ອອກກົດຄວບຄຸມການສົ່ງອອກ ໃນເດືອນຕຸລາຜ່ານມາ. ແຮ່ເຫລົ່ານີ້ແມ່ນສ່ວນປະກອບຫລັກຂອງເຕັກໂນໂລຊີຂັ້ນສູງ ເຊັ່ນ: ລົດຍົນໄຟຟ້າ, ສະມາດໂຟນ ແລະ ຍຸດໂທປະກອນ.
ນອກຈາກປະເດັນການຄ້າ, ທ່ານ ທຣຳ ຍັງໄດ້ເນັ້ນໜັກວ່າ ປະເດັນສຳຄັນທີ່ສຸດທີ່ທ່ານຈະຖາມທ່ານສີ ຈິ້ນຜິງ ແມ່ນເລື່ອງການ ລັກລອບຄ້າຂາຍສານຕັ້ງຕົ້ນ ຂອງຢາ ເຟນທານິລ (Fentanyl), ເຊິ່ງເປັນຢາເສບຕິດທີ່ກໍ່ໃຫ້ເກີດການເສຍຊີວິດຈໍານວນຫລາຍໃນສະຫະລັດ, ເຊິ່ງທ່ານທຣຳ ໄດ້ກ່າວຫາວ່າ ຈີນກຳລັງມີທ່າທີ “ເປັນປໍລະປັກຢ່າງຮຸນແຮງ” ແລະ ພະຍາຍາມ “ຈັບໂລກເປັນຕົວປະກັນ” ໃນເລື່ອງນີ້.
ການຢ້ຽມຢາມ ສ.ເກົາຫລີຄັ້ງນີ້, ແມ່ນສ່ວນໜຶ່ງຂອງການເດີນທາງຢ້ຽມຢາມອາຊີຂອງປະທານາທິບໍດີ ທຣຳ, ເຊິ່ງຈະເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ອາຊຽນ ທີ່ປະເທດມາເລເຊຍ ໃນວັນທີ 26 ຕຸລາ 2025 ນີ້.
ທີ່ມາ: Thairath
