ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕ່ຳແໜ່ງເປັນຜູ້ຕາງໜ້າສ່ວນຕົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ

ວັນທີ 21 ຕຸລາ 2025 ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕ່ຳແໜ່ງເປັນຜູ້ຕາງໜ້າສ່ວນຕົວຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫລວງປາຣີ, ສາທາລະນະລັດ ຝຣັ່ງ.

ໂອກາດດັ່ງກ່າວ, ທ່ານ ທູດ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານເລຂາທິການໃຫຍ່ ແລະ ການນຳຂອງອົງການຝຣັ່ງໂກໂຟນນີສາກົນ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ແລະ ຮ່ວມມື ຂອງອົງການຝຣັ່ງໂກໂຟນນີສາກົນ ທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມໝາຍໝັ້ນວ່າ: ສປປ ລາວ ຈະສືບຕໍ່ຍຶດໝັ້ນໃນຫລັກການການພົວພັນຫລາຍຝ່າຍ ໂດຍສະເພາະ ໃຫ້ການຮ່ວມມືການເຄື່ອນໄຫວໃນຂອບຂອງອົງການຝຣັ່ງໂກໂຟນີສາກົນ.

ທ່ານ ເລຂາທິການໃຫຍ່ ອົງການຝຣັ່ງໂກໂຟນີສາກົນ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກ ໂຟນີ ໃນປີ 2024 ຜ່ານມາ ທີ່ປະເທດຝຣັ່ງ ແລະ ໄດ້ກ່າວຊົມເຊີຍ ສປປ ລາວ ເປັນສະມາຊິກ ທີ່ມີຄວາມຫ້າວຫັນ ແລະ ໄດ້ໃຫ້ຄຳໝາຍໝັ້ນວ່າ ອົງການຝຣັ່ງໂກໂຟນີສາກົນ ຈະສືບຕໍ່ໃນການຮ່ວມມື ກັບ ສປປ ລາວ ໃຫ້ດີທີ່ສຸດ ໂດຍສະເພາະ ປັບປຸງການຮຽນ-ການສອນ ດ້ານພາສາຝຣັ່ງ ຢູ່ ສປປ ລາວ ແລະ ໃນໂຄງການອື່ນໆ.

ອົງການຝຣັ່ງໂກໂຟນີ ເປັນອົງການຈັດຕັ້ງສາກົນໜຶ່ງ ທີ່ໄດ້ຖືກສ້າງຕັ້ງຂຶ້ນແຕ່ ປີ 1970 ແລະ ປະກອບ ມີ 90 ປະເທດສະມາຊິກ. ໃນນັ້ນ, ມີ 53 ປະເທດສະມາຊິກສົມບູນ, 5 ປະເທດສະມາຊິກກ່ຽວຂ້ອງ ແລະ 32 ປະເທດສັງເກດການ, ເປັນອົງການທີ່ຊຸກຍູ້ສົ່ງເສີມການໃຊ້ພາສາຝຣັ່ງ ແລະ ຮ່ວມມືກັນທາງດ້ານການເມືອງ, ການສຶກສາ, ເສດຖະກິດ ແລະ ວັດທະນະທຳ, ມີການຈັດກອງປະຊຸມປະຊຸມ ໃນລະດັບສຸດຍອດ ກໍຄື ລະດັບປະມຸກ ລັດ ແລະ ຫົວໜ້າລັດຖະບານ ທຸກໆ 2 ປີ ແລະ ມີເລຂາທິການໃຫຍ່ ເປັນຜູ້ບໍລິຫານອົງການ. ສປປ ລາວ ໄດ້ເຂົ້າເປັນ ສະມາຊິກສົມບູນ ຂອງ ອົງການຝຣັ່ງໂກໂຟນນີສາກົນ ນັບແຕ່ ປີ 1991 ເປັນຕົ້ນມາ.

ທີ່ມາ: ຂ່າວສານປະເທດລາວ