ເອສະຣາ ກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊິງແຊ້ມສະໂມສອນທະວີບອາຊີ (AFC Challenge League) ລະດູການ 2025-26

ເອສະຣາ (EZRA FC) ທີມແຊ້ມລີກສູງສຸດຂອງ ສປປ ລາວ ແລະ ແຊ້ມຊິງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການລ່າສຸດ ເປັນນ້ອງໃໝ່ໃນການແຂ່ງຂັນລາຍການນີ້ ຖືກຈັບສະຫລາກຢູ່ກຸ່ມ D ຮ່ວມກັບ SVAY RIENG FC ຈາກກຳປູເຈຍ ທີ່ມີ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ, Manila Digger FC ຮອງແຊ້ມລີກສູງສູດຂອງຟີລິບປິນ ແລະ SP Falcons ແຊ້ມລີກສູງສຸດຂອງມົງໂກລີ.ໂດຍການແຂ່ງຂັນຮອບແບ່ງກຸ່ມ ກຸ່ມ D ຈະແຂ່ງຂັນຢູ່ປະເທດກຳປູເຈຍ ວັນທີ 26 ຕຸລາ – 1 ພະຈິກ 2025,

#ສຳລັບຕາຕະລາງການແຂ່ງຂັນມີດັ່ງນີ້: 

– ນັດທຳອິດ ວັນທີ 26/10/2025 ເວລາ 19:00 ເອສະຣາ ພົບ Manila Digger FC

– ນັດທີ 2 ວັນທີ 29/10/2025 ເວລາ 16:00 ເອສະຣາ ພົບ SVAY RIENG FC 

– ນັດທີ 3 ວັນທີ 01/11/2025 ເວລາ 19:00 ເອສະຣາ ພົບ SP Falcons 

  ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Morodok Techo National Stadium ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ. ຮູບແບບການຄັດເລືອກ ເອົາທີ 1 ແລະ ທີ 2 ຂອງກຸ່ມ ເພື່ອເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ.

#ChallengeLeague #EZRAFC 

————- @————

ຂ່າວອື່ນໆ >> www.laophattananews.com

Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw

Twitter: https://X.com/laophattana

Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17

Tiktok: https://www.tiktok.com/@laophattananews

ສົນໃຈລົງໂຄສະນາໂທ: 020 9999 7139

ຕິດຕໍ່ຫານັກຂ່າວໂທ: 020 2345 0088