ຫາລືວຽກງານປັບປຸງສິ່ງແວດລ້ອມໃນນະຄອນຫຼວງພະບາງ ໂດຍໃຊ້ງົບທັງໝົດ 45 ລ້ານໂດລາຈາກການກູ້ຢືມ ແລະ ຊ່ວຍເຫຼືອລ້າ

ວັນທີ 22 ຕຸລາ 2025  ຄະນະຊີ້ນຳໂຄງການ ປັບປຸງສິ່ງແວດລ້ອມ ຂັ້ນສູນກາງ ແລະ ແຂວງຫຼວງພະບາງ  ປະຊຸມຫາລືວຽກງານປັບປຸງສິ່ງແວດລ້ອມໃນນະຄອນຫຼວງພະບາງ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ( ຍທຂ ), ມີຕາງໜ້າຈາກົມ ແລະ ບັນກາພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍ ຄະນະຊີ້ນຳ ຂັ້ນສູນກາງ ແລະ ຂັ້ນແຂວງ ຫລວງພະບາງ ແລະບໍລິສັດທີ່ປືກສາເຂົ້າຮ່ວມ.

ທ່ານ ເດດສົງຄາມ ທຳມະວົງ ໃຫ້ຮູ້ວ່າ: ການຫາລືຄັ້ງນີ້ເປັນຄັ້ງທໍາອິດຂອງແຂວງ ໂດຍໄດ້ຮັບຟັງການລາຍງານຄວາມຄືບໜ້າໂດຍລວມ ແລະລົງເລິກລາຍລະອຽດແຕ່ລະອົງປະກອບຂອງໂຄງການ, ໂດຍສະເພາະແມ່ນບັນດາ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທ້າຍຕ່າງໆ.

ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ ໄດ້ລາຍງານສະພາບລວມຂອງໂຄງການປັບປຸງສິ່ງແວດລ້ອມສະເພາະຕົວເມືອງຫຼວງພະບາງ ໂດຍນຳໃຊ້ງົບປະມານທັງໝົດ 45 ລ້ານໂດລາຈາກທະນາຄານພັດທະນາອາຊີ ຫຼື ADB ໃນນັ້ນເປັນເງິນຊ່ວຍເຫຼືອລ້າ 10 ລ້ານໂດລາ ແລະ ກູ້ຢືມ 35 ລ້ານໂດລາ. ໂຄງການນີ້ມີ 3 ອົງປະກອບຫຼັກຄື: ປັບປຸງໂຄງລ່າງພື້ນຖານຕົວເມືອງ. ເສີມສ້າງສະພາບແວດລ້ອມ ສຳລັບບໍລິການຕົວເມືອງ ແລະ ການທ່ອງທ່ຽງໃຫ້ມີຄວາມເຂັ້ມແຂວງ ແລະ ທົນທານ. ເສີມຂະຫຍາຍການນຳພາ ແລະ ການຈ້າງງານເພດຍິງໃຫ້ຫຼາຍຂຶ້ນ. ນອກນັ້ນ, ຍັງມີບັນດາແຂວງຢູ່ໃນໂຄງການປັບປຸງສິ່ງແວດລ້ອມຕົວເມືອງຄື: ນະຄອນປາກເຊແຂວງຈຳປາສັກ, ສະຫວັນນະເຂດ, ຫຼວງນ້ຳທາ ,ບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ອຸດົມໄຊ ໄລຍະຈັດຕັ້ງປະຕິບັດໂຄງການ ນັບແຕ່2024-2030.